ຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມ ມັດທະຍົມຕອນຕົ້ນໜອງໄຜ່ ເມືອງຊະນະສົມບູນ ແຂວງຈຳປາສັກ, ສົກຮຽນ 2013-2014. - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันอังคารที่ 26 กันยายน พ.ศ. 2560

ຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມ ມັດທະຍົມຕອນຕົ້ນໜອງໄຜ່ ເມືອງຊະນະສົມບູນ ແຂວງຈຳປາສັກ, ສົກຮຽນ 2013-2014.



ผลการค้นหารูปภาพสำหรับ วิจัยในชั้นเรียนຫົວຂໍ້:                     ຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມ ມັດທະຍົມຕອນຕົ້ນໜອງໄຜ່ເມືອງຊະນະສົມບູນແຂວງຈຳປາສັກ, ສົກຮຽນ 2013-2014.
ທີິມງານວິໄຈ:                       ນາງເກດສະໝອນ ພາສີ
                                          ນາງຄຳມະນີພັນໂຊດ
                                          ທ້າວອະນຸສິດ ກັນຍາວົງ
ສາຂາ:                                    ວິທະຍາສາດສັງຄົມ


 


ການວິໄຈຄັ້ງນີ້ມີຈຸດປະສົງເພື່ອ ເພື່ອສຶກສາຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມໃນ 3 ດ້ານຄື:
1.    ຄວາມ​​ເພິງພໍໃຈຕໍ່ວິທີສອນຂອງຄູ
2.    ຄວາມເພິງພໍໃຈຕໍ່ການນຳໃຊ້ສື່ການຮຽນ-ການສອນຂອງຄູ
3.    ຄວາມເພິງພໍໃຈຕໍ່ການຈັດກິດຈະກຳການຮຽນ-ການສອນຂອງຄູ
ຜູ້ວິໄຈໄດ້ໃຊ້ກຸ່ມຕົວຢ່າງໃນການວິໄຈຄັ້ງນີ້ໄດ້ກຳນົດເອົາ  ນັກຮຽນ ຈຳນວນ 80ຄົນ, ​ໃນ​ຊັ້ນ​ ມໍ3 ຈໍານວນ 40 ຄົນໄດ້ຈາກການສຸມເອົານັກຮຽນຫ້ອງລະ 20 ຄົນໃນຈຳນວນ​ 2 ຫ້ອງແລະໃນຊັ້ນມໍ 4 ຈໍານວນ​ 40 ຄົນໃນຈໍານວນ 1 ຫ້ອງ.
​ເຄື່ອງມື​ທີ່​ໃຊ້​ໃນ​ການ​ວິ​ໄຈ​ປະກອບ​ດ້ວຍ​ແບບ​ສອບ​ຖາມ ​ແບບ​ມາດຖານ​ພົວພັນ​ເຖິງຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມ ມັດທະຍົມຕອນຕົ້ນໜອງໄຜ່ເມືອງຊະນະສົມບູນແຂວງຈຳປາສັກ, ສົກຮຽນ 2013-2014. ​ໃນ 3 ດ້ານຄື: ຄວາມເພິງພໍໃຈຕໍ່ວິທີສອນຂອງຄູ, ຄວາເພິງພໍໃຈຕໍ່ການນຳໃຊ້ສື່ການຮຽນ-ການສອນຂອງຄູ, ຄວາມເພິງພໍໃຈຕໍ່ການຈັດກິດຈະກຳການຮຽນ-ການສອນຂອງຄູເປັນແບບປະມານຄ່າ Likert
ສະຖິຕິທີ່ໃຊ້ໃນການວິເຄາະໄດ້ແກ່ ຄ່າເປີເຊັນແລະ ຄ່າສະເລ່ຍ




ຜົນການວິເຄາະພົບວ່າ:
           
1.            ຄວາມຄິດເຫັນຂອງນັກຮຽນຕໍ່ການຮຽນ-ການສອນ ວິທະຍາສາດສັງຄົມ ມັດທະຍົມຕອນຕົ້ນໜອງໄຜ່ເມືອງຊະນະສົມບູນແຂວງຈຳປາສັກ, ສົກຮຽນ 2013-2014. ​ໃນ 3 ດ້ານຄື: ຄວາມເພິງພໍໃຈຕໍ່ວິທີສອນຂອງຄູ, ຄວາເພິງພໍໃຈຕໍ່ການນຳໃຊ້ສື່ການຮຽນ-ການສອນຂອງຄູ, ຄວາມເພິງພໍໃຈຕໍ່ການຈັດກິດຈະກຳການຮຽນ-ການສອນຂອງຄູແມ່ນຢູ່ໃນລະດັບຫຼາຍ
2.            ເມື່ອພິຈາລະນາຕາມແຕ່ລະດ້ານ ດ້ານທີ່ມີຄ່າສະເລ່ຍສູງສຸດໄດ້ແກ່ດ້ານຄວາມເພິງພໍໃຈຕໍ່ການສິດສອນຂອງຄູ ຢູ່ໃນລະດັບຫຼາຍ ຮອງລົງມາແມ່ນ ດ້ານຄວາມເພີ່ງພໍໃຈຕໍ່ການຈັດກິດຈະກໍາການຮຽນ-ການສອນຂອງຄູ ຢູ່ໃນລະດັບຫຼາຍແລະ ດ້ານທີ່ມີຄ່າສະເລ່ຍໜ້ອຍສຸດໄດ້ແກ່ ດ້ານຄວາມເພິ່ງພໍໃຈຕໍ່ການນໍາໃຊ້ສື່ການຮຽນ-ການສອນຂອງຄູ

3.            ເມື່ອພິຈາລະນາເປັນລາຍຂໍ້ພົບວ່າ ຂໍ້ທີ່ມີຄ່າສະເລ່ຍສູງສຸດໄດ້ແກ່ ຂໍ້ ຄູມີແຜນການສອນ, ບົດສອນກ່ອນຂື້ນຫ້ອງທຸກຄັ້ງ ຢູ່ໃນລະດັບ ຫຼາຍ  ຮອງລົງມາໄດ້ແກ່ ຮອງລົງມາໄດ້ແກ່ຂໍ້ເວລາດໍາເນີນການສອນຄູໃຫ້ນັກຮຽນສະແດງຄວາມຄິດເຫັນ ຢູ່ໃນລະດັບ ຫຼາຍ ຂໍ້ທີ່ມີຄ່າສະເລ່ຍໜ້ອຍສຸດໄດ້ແກ່ ຄູໄດ້ນໍາໃຊ້ສື່ທີ່ທັນສະໄໝເຂົ້າໃນການຮຽນ-ການສອນ ຢູ່ໃນລະດັບປານກາງ.

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here