ແບບຢ່າງບົດວິໃຈພາກປະຕິບັດ - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันพุธที่ 17 มกราคม พ.ศ. 2561

ແບບຢ່າງບົດວິໃຈພາກປະຕິບັດ

ແບບຢ່າງບົດວິໃຈພາກປະຕິບັດ (ວິໃຈໃນຫ້ອງຮຽນ)
ຫົວຂໍ້ວິໄຈ : ບັນຫານັກຮຽນບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມຊັ້ນມໍ 3/ທີ່ໂຮງຮຽນມ.ສ ສຸກສຳພັນ.









ຫົວຂໍ້ວິໄຈ : ບັນຫານັກຮຽນບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມຊັ້ນມໍ 3/2ທີ່ໂຮງຮຽນມ.ສສຸກສຳພັນ.
1.   ປະຫວັດຄວາມເປັນມາແລະ ຄວາມສຳຄັນຂອງການວິໄຈ.
ໂຮງຮຽນມໍ.ສສຸກສຳພັນເປັນໂຮງຮຽນແຫ່ງໜຶ່ງທີ່ຕັ້ງຢູ່ໃນຂອບເຂດເທດສະບານເມືອງບາຈຽງແຂວງຈຳປາສັກ. ເຊິ່ງຂຶ້ນກັບກະຊວງສຶກສາທິການແລະກິລາເມືອງບາຈຽງຈະເລີນສຸກ, ຜ່ານການເຂົ້າຮ່ວມຮັບຟັງການລາຍງານຂອງທ່ານຜູ້ອຳນວຍການກ່ຽວກັບສະພາບການລວມຂອງໂຮງຮຽນໃນນັ້ນ, ໂຮງຮຽນສ້າງຕັ້ງຂຶ້ນໃນປີ 1980 ມີຊື່ວ່າໂຮງຮຽນອຸດົມສຸກສຳພັນ, ມີເນື້ອທີ່ 4,5 ເຮັກຕາ, ມີອາຄານຮຽນ 5 ຫຼັງ, ຮັບໃຊ້ບໍລິການນັກຮຽນທີ່ມາຈາກ 13 ໝູ່ບ້ານ, ໄລຍະໃກສຸດແມ່ນ 10 ກມ, ມີຫ້ອງຮຽນທັງໝົດ 14 ຫ້ອງຄື : ຊັ້ນລະ 2 ຫ້ອງ ແຕ່ຊັ້ນມໍ1 - ມໍ7, ມີຫ້ອງການ 2 ຫ້ອງ, ມີຈຳນວນຄູທັງໝົດ 33 ຄົນ, ຊາຍ 5 ຄົນ, ສາຍວິທະຍາສາດສັງຄົມ 18 ຄົນ, ຊາຍ 3 ຄົນ, ສາຍວິທະຍາສາດທຳມະຊາດ 10 ຄົນ, ຊາຍ 2 ຄົນ ແລະ ສາຍພາສາຕ່າງປະເທດ 5 ຄົນ, ຊາຍ 0 ຄົນ. ການຈັດການຮຽນ-ການສອນສ່ວນໃຫຍ່ແມ່ນເອົາຄູເປັນໃຈກາງເນື່ອງຈາກວ່າຍັງຂາດອຸປະກອນການຮຽນ-ການສອນ.
ບັນຫານັກຮຽນບໍ່ມີສ່ວນຮ່ວມໃນການຕອບຄຳຖາມເປັນບັນຫາໜຶ່ງທີ່ເຄີຍເກີດຂື້ນໃນຫລາຍໂຮງຮຽນເຊຶ່ງເປັນຜົນສະທ້ອນທີ່ບໍ່ດີຕໍ່ການຮຽນ - ການສອນເຊິ່ງຜູ້ເປັນຄູຄວນເອົາໃຈໃສ່ ແລະ ສຳລັບການແກ້ໄຂບັນຫາດັ່ງກ່າວພວກຂ້າພະເຈົ້າເຫັນວ່າຜູ້ເປັນຄູແມ່ນມີສ່ວນສຳຄັນໃນການແກ້ໄຂບັນຫາເພາະຄູຜ້ສອນອາດຮູ້ດີກວ່າຄົນອື່ນ ແລະ ຖ້າຫາກຄູປ່ອຍປະແມ່ນອາດຈະເກີດເປັນບັນຫາເຮື້ອຮັງເຮັດໃຫ້ນັກຮຽນຮຽນອ່ອນຕາມມາ ແລະ ອາດຄ້າງຫ້ອງໄດ້.
ຜ່ານການສັງເກດເຫັນວ່າບັນຫາດັ່ງກ່າວມັກເກີດໃນຊັ້ນຮຽນທີ່ມີນັກຮຽນຈຳນວນຫລາຍ ແລະ ມັກເກີດໃນຊັ້ນມັດທະຍົມຕົ້ນທັງນີ້ກໍ່ອາດຍ້ອນເດັກໃນໄວນີ້ຢູ່ໃນຊ່ວງທີ່ເລີ່ມມີຈິຕະສາດໄວອາຍຸ

ເຮັດໃຫ້ເຂົາເຈົ້າມັກຮູ້ສຶກເບື່ອແລະຫງຸດຫງິດງ່າຍຕໍ່ກັບສິ່ງແວດລ້ອມທີ່ເກີດຂຶ້ນທຸກວັນດັ່ງນັ້ນການຮຽນ - ການສອນງຮຽກຮ້ອງໃຫ້ມີກິດຈະກຳທີ່ຈະກະຕຸ້ນຄວາມສົນໃຈຂອງເຂົາມີວິທີການສອນທີ່ເຂົ້າໃຈງ່າຍແລະໃຫ້ນັກຮຽນມສ່ວນຮ່ວມຫຼາຍຂຶ້ນ.
ຫຼັງຈາກໄດ້ຮັບຟັງການລາຍສະພາບລວມແລ້ວກຸ່ມວິໄຈຂອງພວກຂ້າພະເຈົ້າໄດ້ມີການປຶກສາຫາລືກັນ ເພື່ອວາງວິທີການດຳເນີນການເກັບກຳຂໍ້ມູນຂອງການວິໄຈ ໂດຍໄດ້ຕົກລົງກັນດ້ວຍການເຂົ້າຮ່ວມຊົ່ວໂມງສອນສັງເກດຕົວຈິງສອງຄັ້ງ ໃນຊົ່ວໂມງສອນຂອງຄູເກົ່າ ແລະ ຄູໃໝ່.ໃນການເຂົ້າຮ່ວມຊົ່ວໂມງສອນຄັ້ງທຳອິດໄດ້ພົບເຫັນບັນຫານັກຮຽນບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມບັນຫາດັ່ງກ່າວໄດ້ເປັນອຸປະສັກຕໍ່ການຮຽນ-ການສອນເນື່ອງຈາກວ່າໃນເວລາເຮັດວຽກກຸ່ມນັ້ນມີນັກຮຽນຈຳນວນໜຶ່ງຍັງບໍ່ສົນໃຈໃນການສົນທະນາເຮັດວຽກກຸ່ມເຊິງມັນສະແດງອອກໃນການບໍ່ສົນໃຈ, ເອົາເລື່ອງອື່ນມາສົນທະນາກັນ, ຢອກໄຍກັນເຊິ່ງອາດຈະເກີດມາຈາກຫຼາຍສາເຫດເຊັ່ນ: ຄູໃຫ້ຄວາມສົນໃຈຕໍ່ນັກຮຽນບໍ່ທົ່ວເຖິງ, ນັກຮຽນມີອະຄະຕິຕໍ່ກັບວິຊາດັ່ງກ່າວ, ຫລືນັກຮຽນບໍ່ເຂົ້າໃຈຄຳຖາມຂອງຄູ.
         
ພວກຈ້າພະເຈົ້າທີມງານກຸ່ມວິໃຈຈຶ່ງນຳເອົາບັນຫາທີ່ກ່າວມາສົນທະນາປຶກສາຫາລືກັນເມື່ອປຶກສາຫາລືແລ້ວຈຶ່ງພ້ອມກັນສະເໜີຫົວຂໍ້ວິໃຈຂື້ນມາແລະໄດ້ຫົວຂໍ້ວິໃຈທີ່ເໝາະສົມທີ່ສຸດຈາກນັ້ນຈຶ່ງກຳນົດເອົາຫົວຂໍ້.
ຫົວຂໍ້ວິໄຈ : ບັນຫານັກຮຽນບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມຊັ້ນມໍ 3/2ທີ່ໂຮງຮຽນມ.ສສຸກສຳພັນ.
2.   ຈຸດປະສົງຂອງການວິໄຈ
          ເພື່ອແກ້ໄຂບັນຫານັກຮຽນທີ່ບໍ່ມັກມີສ່ວນຮ່ວມໃນເວລາຮຽນ, ຊ່ວຍເຮັດໃຫ້ການຮຽນ-ການສອນມີການພັດທະນາຂຶ້ນຫຼາຍກວ່າເກົ່າ.
3.   ຂອບເຂດຂອງການວິໄຈ.
F ປະຊາກອນທີໃຊ້ໃນການວິໄຈ ແມ່ນໄດ້ກຳນົດເອົາຈຳນວນນັກຮຽນທັງໝົດຂອງຫ້ອງ ມໍ3/2 ຈຳນວນ    32 ຄົນ, ຍິງ 19 ຄົນ.
F ກຸ່ມຕົວຢ່າງ ແມ່ນໄດ້ເລືອກເອົານັກຮຽນທີ່ມີຈຸດພິເສດແຕກຕ່າງຈາກບຸກຄົນອື່ນ ຈຳນວນ 4 ຄົນ, ຍິງ 1 ຄົນ.
F ເນຶ້ອໃນການສອນ : ວິຊາ ພູມສາດ ບົດທີ 13 ປະເທດມາເລເຊຍ.
F ວິທີການສອນ : ການດຳເນີນການຮຽນ-ການສອນແມ່ນເອົານັກຮຽນເປັນໃຈກາງ ໂດຍໄດ້ມີກາານຈັດກຸ່ມອອກເປັນ 4 ກຸ່ມ.

4.   ຜົນປະໂຫຍດທີ່ໄດ້ຮັບຈາກການວິໄຈ.
ການເຮັດວິໄຈໃນຄັ້ງນີ້ສາມາດເຮັດໃຫ້ພວກຂ້າພະເຈົ້າເຫັນໄດ້ເຖິງຄວາມສຳຄັນຂອງວຽກງານສິດສອນຂອງຄູ, ຮູ້ໄດ້ເຖິງວິທີການແກ້ໄຂບັນຫາທີ່ເກີດຂຶ້ນກັບນັກຮຽນ ເພື່ອເຮັດໃຫ້ການດຳເນີນກິດຈະກຳການຮຽນ-ການສອນໃຫ້ມີປະສິດທິພາບ ແລະ ພວກຂ້າພະເຈົ້າກໍ່ຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການພັດທະນາການຮຽນ-ການສອນ.
5.   ວິທີການດຳເນີນການສອນໃນໄລຍະການລົງເຝິກຫັດ.
v  ການກະກຽມການສອນ :  ໃນການດຳເນີນການວິໄຈຄັ້ງນີ້ ພວກຂ້າພະເຈົ້າໄດ້ເລືອກເອົາວິຊາ ພູມສາດ ຊັ້ນມໍ 3 ເນື່ອງຈາກວ່າເປັນວິຊາທີ່ມີຄວາມເໝາະຕໍ່ການດຳເນີນການຮຽນ-ການສອນແບບເອົານັກຮຽນເປັນໃຈກາງ ໂດຍການຈັດກິດຈະກຳກຸ່ມ. ໃນແຕ່ລະຄັ້ງກ່ອນຂຶ້ນຫ້ອງສອນແມ່ນໄດ້ມີການແຕ່ງບົດສອນໂດຍອີ່ງໃສ່ແຜນການດຳເນີນການສອນຂອງບົດວິໄຈ, ມີການຜ່ານບົດສອນກ່ອນຂຶ້ນຫ້ອງສອນ, ໄດ້ນຳໃຊ້ສື່ການສອນທຸກຄັ້ງ ເຊິ່ງມີສື່ການສອນທີ່ສ້າງຂຶ້ນເອງ ແລະ ສື່ການສອນອື່ນໆເຊັ່ນ : ແຜນທີໂລກ, ແຜນທີປະເທດມາເລເຊຍ( ແຕ້ມ ), ໜ່ວຍໂລກຈຳລອງ ແລະ ຮູບພາບຕ່າງໆທີ່ກ່ຽວຂ້ອງ.




F ການວາງແຜນຄັ້ງທີ 1 :
          ເມື່ອເຫັນໄດ້ບັນຫາດັ່ງກ່າວ, ກຸ່ມຂອງພວກຂ້າພະເຈົ້າຈິ່ງໄດ້ປຶກສາຫາລືກັນພ້ອມທັງຄູປະຈຳຫ້ອງເກົ່າໃນການແກ້ໄຂບັນຫາດັ່ງກ່າວເຊິ່ງຫລາຍຄົນຕ່າງກໍ່ມີຄວາມເຫັນຫລາຍຢ່າງແຕ່ໄດ້ຕົກລົງເປັນເອກະສັນກັນວ່າຈະຫາວິທີແກ້ໄຂບັນຫາດັ່ງກ່າວແລະໄດ້ວາງແຜນດັ່ງນີ້:
-       ຄູແບ່ງນັກຮຽນອອກເປັນ 4 ກຸ່ມຍ່ອຍ. ແລ້ວໃຫ້ນັກຮຽນທີ່ບໍ່ຄ່ອຍມີສ່ວນຮ່ວມ( ກຸ່ມເປັ້າໝາຍ )ເປັນຜູ້ຮັບຜິດຊອບກໍ່ຄືເປັນຫົວໜ້າກຸ່ມ ແລ້ວໃຫ້ອອກລາຍງານ.
-       ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ ແລ້ວໃຫ້ອອກມາລາຍງານ.
-       ຄູຕິດຕາມການເຮັດວຽກກຸ່ມຂອງນັກຮຽນ.
-       ຄູໃຫ້ຕົວແທນກຸ່ມ( ກຸ່ມເປົ້າໝາຍ )ອອກມາລາຍງານຜົນການຄົ້ນຄວ້າ.
-       ຄູສະເໜີໃຫ້ກຸ່ມອື່ນຖາມ ຫຼື ປະກອບຄຳຄິດເຫັນ.
-       ທີມງານວິໃຈສັງເກດຕໍ່ການປ່ຽນແປງຂອງພຶດຕິກຳຂອງນັກຮຽນ.

ª  ປະຕິບັດແລະສັງເກດ
ເມື່ອໄດ້ສຳເລັດການວາງແຜນແລ້ວພວກຂ້າພະເຈົ້າມີຄວາມເປັນເອກະພາບກັນນຳແຜນດັ່ງກ່າວມາປະຕິບັດເຂົ້າໃນການສອນຄື:
v  ປະຕິບັດແລະສັງເກດຄັ້ງທີໜຶ່ງ: ຕອນເຊົ້າວັນສຸກຊົ່ວໂມງ 1-2 ຂອງວັນທີ 21/3/2014 .
ຂ້າພະເຈົ້າທ້າວວິໄລສັກແກ້ວຍະສອນເປັນຜູ້ດຳເນີນການສອນເວລາ 7:30 9:20 ວິຊາພູມສາດ ບົດທີ 13 ປະເທດມາເລເຊຍແຜນທີ່ນຳໃຊ້ການສິດສອນຄື:
-       ຄູແບ່ງນັກຮຽນອອກເປັນ 4 ກຸ່ມຍ່ອຍ. ແລ້ວໃຫ້ນັກຮຽນທີ່ບໍ່ຄ່ອຍມີສ່ວນຮ່ວມ( ກຸ່ມເປັ້າໝາຍ )ເປັນຜູ້ຮັບຜິດຊອບກໍ່ຄືເປັນຫົວໜ້າກຸ່ມ ແລ້ວໃຫ້ອອກລາຍງານ.
-       ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ ແລ້ວໃຫ້ອອກມາລາຍງານ.
-       ຄູຕິດຕາມການເຮັດວຽກກຸ່ມຂອງນັກຮຽນ.
-       ຄູໃຫ້ຕົວແທນກຸ່ມ( ກຸ່ມເປົ້າໝາຍ )ອອກມາລາຍງານຜົນການຄົ້ນຄວ້າ.
-       ຄູສະເໜີໃຫ້ກຸ່ມອື່ນຖາມ ຫຼື ປະກອບຄຳຄິດເຫັນ.
-       ທີມງານວິໃຈສັງເກດຕໍ່ການປ່ຽນແປງຂອງພຶດຕິກຳຂອງນັກຮຽນ.
ຜູ້ເຂົ້າຮ່ວມສັງເກດໃນຄັ້ງນີ້ແມ່ນ: ທ້າວທອງຄານສຸດທະບົວລີ ແລະ ທ້າວສຸລິຍາແກ້ວພູວອນ.

F ສະທ້ອນຄືນ.
ສັງເກດເຫັນວ່າ: ຄູໄດ້ເອົາໃຈໃສ່ດຳເນີນການຕາມແຜນທີ່ໄດ້ວາງໄວ້ເປັນຢ່າງດີຈົນເຮັດໃຫ້ນັກຮຽນກຸ່ມເປົ້າໝາຍມີຄວາມກະຕືລືລົ້ນຕໍ່ການມີສ່ວນຮ່ວມເຮັດວຽກກຸ່ມຫຼາຍຂຶ້ນເຊິ່ງມັນສະແດງອອກໃນການເອົາໃຈໃສ່ຄົ້ນຄ້ວາບົດຮຽນຄຽງຄູ່ໄປກັນນັ້ນກໍ່ຍັງມີຈຳນວນກຸ່ມເປົ້າໝາຍທີ່ຍັງບໍ່ທັນສົນໃຈຕໍ່ການເຮັດວຽກກຸ່ມເຊິ່ງມັ ນສະແດງອອກໃນການບໍ່ສົນໃຈເຊັ່ນ: ເອົາເລື່ອງອື່ນມາສົນທະນາກັບໝູ່. ສະນັ້ນ, ກຸ່ມຊ້າພະເຈົ້າຈຶ່ງນຳເອົາບັນຫາທີ່ຍັງຄົງຄ້າງມາປຶກສາຫາລືກັນແລະໄດ້ວາງແຜນແກ້ໄຂບັນຫາເທື່ອທີສອງພ້ອມປະຕິບັດ.

F ວາງແຜນຄັ້ງທີ່ສອງ :
ຄັ້ງທີສອງແມ່ນຈະຈັດກຸ່ມອີກຄັ້ງແລ້ວຄູຈະໄຊ້ຄຳຖາມເປີດແລ້ວຈະເນັ້ນກຸ່ມເປົ້າຫມາຍໃຫ້ລຸກຂຶ້ນຕອບ ແລະ ໃຫ້ໝູ່ເພື່ອນກຸ່ມອື່ນຖາມ ແລະ ຄູຈະຊ່ວຍໃນການຕອບໃນກໍລະນີນັກຮຽນຕອບບໍ່ໄດ້ ແລະ ຄັ້ງນີ້ແມ່ນຄູຈະໃຫ້ຄວາມໃກ້ຊິດແລະຕຶດຕາມແນະນຳໃຫ້ຫຼາຍກວ່າເກົ່າ ແລະ ຈະສ້າງແຮງຈູງໃຈເຊັ່ນ : ຍ້ອງຍໍຊົມເຊີຍ ແລະ ອາດໃຫ້ຄະແນນແກ່ຜູ້ຕອບ. ເຊິ່ງມີວິທີການດຳເນີນຕາມຂັ້ນຕອນດັ່ງນີ້ :
- ຄູແບ່ງນັກຮຽນອອກເປັນ 4 ກຸ່ມຍ່ອຍ.
- ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ ແລ້ວໃຫ້ອອກມາລາຍງານ. ໂດຍຄູໄດ້ຈັດຕັ້ງເອົານັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມ. ແລ້ວອອກມາລາຍງານ.
- ຄູຕິດຕາມການເຮັດວຽກກຸ່ມຂອງນັກຮຽນ ໂດຍໃຫ້ຄວາມໃກ້ສິດກັບກຸ່ມເປົ້າໝາຍໃຫ້ລາຍຂຶ້ນ.
- ຄູໃຫ້ຕົວແທນກຸ່ມ( ກຸ່ມເປົ້າໝາຍ )ອອກມາລາຍງານຜົນການຄົ້ນຄວ້າ.
- ຄູສະເໜີໃຫ້ກຸ່ມອື່ນຖາມ ຫຼື ປະກອບຄຳຄິດເຫັນ.
- ຄູຈະຊ່ວຍໃນການຕອບໃນກໍລະນີນັກຮຽນຕອບບໍ່ໄດ້.
- ຄູຈະໃຫ້ຄວາມໃກ້ຊິດແລະຕຶດຕາມແນະນຳໃຫ້ຫຼາຍກວ່າເກົ່າ ແລະ ຈະສ້າງແຮງຈູງໃຈເຊັ່ນ : ຍ້ອງຍໍຊົມເຊີຍ ແລະ ອາດໃຫ້ຄະແນນແກ່ຜູ້ຕອບ.
- ທິມງານວິໄຈສັງເກດການປ່ຽນແປງພຶດຕິກຳຂອງນັກຮຽນ.

v  ການປະຕິບັດແລະສັງເກດເທື່ອທີສອງ.
ວັນສຸກທີ 4/4/2014 ເວລາ 7:30 9:20 ຂ້າພະເຈົ້າທ້າວສຸລິຍາແກ້ວພູວອນ ເປັນຜູ້ດຳເນີນການສອນ ວິຊາ ພູມສາດ ບົດທີ 13 (ຕໍ່) ປະເທດມາເລເຊຍ. ວິທີການດຳເນີນການສອນມີດັ່ງນີ້ :
-       ຈະຈັດກຸ່ມອີກຄັ້ງແລ້ວຄູຈະໄຊ້ຄຳຖາມເປີດແລ້ວຈະເນັ້ນກຸ່ມເປົ້າຫມາຍໃຫ້ລຸກຂຶ້ນຕອບ.
-       ຄູແບ່ງນັກຮຽນອອກເປັນ 4 ກຸ່ມຍ່ອຍ.
-       ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ ແລ້ວໃຫ້ອອກມາລາຍງານ. ໂດຍຄູໄດ້ຈັດຕັ້ງເອົານັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມ. ແລ້ວອອກມາລາຍງານ.
-       ຄູຕິດຕາມການເຮັດວຽກກຸ່ມຂອງນັກຮຽນ ໂດຍໃຫ້ຄວາມໃກ້ສິດກັບກຸ່ມເປົ້າໝາຍໃຫ້ລາຍຂຶ້ນ.
-       ຄູໃຫ້ຕົວແທນກຸ່ມ( ກຸ່ມເປົ້າໝາຍ )ອອກມາລາຍງານຜົນການຄົ້ນຄວ້າ.
-       ໃຫ້ໝູ່ເພື່ອນກຸ່ມອື່ນຖາມແລະຄູຈະຊ່ວຍໃນການຕອບໃນກໍລະນີນັກຮຽນຕອບບໍ່ໄດ້.
-       ຄັ້ງນີ້ແມ່ນຄູຈະໃຫ້ຄວາມໃກ້ຊິດແລະຕຶດຕາມແນະນຳໃຫ້ຫຼາຍກວ່າເກົ່າ.
-       ຈະສ້າງແຮງຈູງໃຈເຊັ່ນຍ້ອງຍໍຊົມເຊີຍແລະອາດໃຫ້ຄະແນນແກ່ຜູ້ຕອບ.
-       ທິມງານວິໄຈສັງເກດການປ່ຽນແປງພຶດຕິກຳຂອງນັກຮຽນ.

ª  ສະທ້ອນຄືນ
ຈາກການສັງເກດ ພົບວ່າມີຜົນສຳເລັດທີ່ຫນ້າເພິ່ງພໍໃຈຄື: ນັກຮຽນທີ່ຢູ່ໃນກຸ່ມເປົ້າຫມາຍໄດ້ມີສ່ວນຮ່ວມໃນການຕອບຄຳຖາມແມ່ນດີຂຶ້ນກວ່າເກົ່າເຫັນໄດ້ເຖິງການປ່ຽນແປງ ເຊິ່ງມັນໄດ້ສະແດງອອກໃນການມີສ່ວນຮ່ວມເຮັດວຽກກຸ່ມໄດ້ດີ ແລະ ບໍ່ເຂີນອາຍຄືແຕ່ກ່ອນ, ມີຄວາມໝັັ້ນໃຈຫຼາຍໃນເວລາອອກມາລາຍງານຜົນການຄົ້ນຄ້ວາ, ສາມາດຕອບຂໍ້ຂ້ອງໃຈຂອງໝູ່ເພື່ອນ.

ª  ສະຫຼຸບ
ການດຳເນີນການວິໄຈໃນຄັ້ງນີ້ສາມາດເຫັນໄດ້ເຖິງການປ່ຽນແປງຂອງພຶດຕິກຳຂອງນັກຮຽນທີ່ບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມນັ້ນ ຫັນມາໃຫ້ຄວາມສົນໃຈໃນການເຮັດວຽກກຸ່ມຫຼາຍຂຶ້ນ. ຜົນສຳເລັດໃນຄັ້ງນີ້ກໍ່ໄດ້ຮັບກຸານເອົາໃຈໃສ່ ແລະ ການມີຄວາມສາມັກຄີພາຍໃນກຸ່ມ, ການໃຫ້ຄວາມຮ່ວມມືຈາກຄູເກົ່າ ແລະ ນັກຮຽນຫ້ອງ ມໍ3/2, ການດຳເນີນການຮຽນ-ການສອນແມ່ນມີການວາງແຜນຢ່າງລະອຽດ ທີ່ສຳຄັນແມ່ນໄດ້ຮັບການຊ່ວຍເຫຼືອຈາກຄູທີ່ປຶກວິທະຍາໄລຄູປາກເຊ. ການເຮັດວິໄຈໃນຄັ້ງນີ້ ສາມາດແກ້ໄຂບັນຫາຂອງນັກຮຽນທີ່ບໍ່ມັກມີສ່ວນຮ່ວມ ແລະ ເຮັດໃຫ້ຂະບວນການຮຽນ-ການສອນມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ. ແຕ່ຄ່ຽງຄູ່ກັນນັ້ນກໍ່ປາສະຈາກບໍ່ໄດ້ຂໍ້ທີ່ຍັງຄົງຄ້າງບາງບັນຫາທີ່ແກ້ໄຂຍັງບໍ່ທັນສຳເລັດຄື : ນັກຮຽນບາງຄົນບໍ່ມັກອ່ານບົດຮຽນ.

v  ສະພາບການສອນຕົວຈິງຂອງບົດສອນແມ່ນດຳເນີນການຮຽນ-ການສອນແບບເອົານັກຮຽນເປັນໃຈກາງ ໂດຍການຈັດກິດຈະກຳກູ່ມ.
·         ຂັ້ນນຳ :
- ຄູ ແລະ ນັກຮຽນທໍາຄວາມເຄົາລົບກັນ.
- ຄູກວດກາຄວາມເປັນລະບຽບ.
- ຄູກວດກາຈຳນວນພົນ.
- ຄູສະເໜີແຂກເຂົ້າຮ່ວມ ( ຖ້າມີ ).
- ຄູສະເໜີຈຸພິເສດຂອງຕົນ.
§  ທວນຄືນບົດຮຽນເກົ່າ:
-ຄູຕັ້ງຄຳຖາມ
1. ພູມອາກາດຂອງມາເລເຊຍເປັນແນວໃດ ?
- ຄູໃຫ້ນັກຮຽນລຸກຂຶ້ນຕອບ 1 2 ຄົນ.
- ຄູຊົມເຊີຍ.
- ຄູສະຫຼຸບຄືນ.
- ລ້ຽວເຂົ້າສູ່ບົດຮຽນໃໝ່ :

·         ຂັ້ນສອນ :
- ຄູສະເໜີບົດຮຽນບົດທີ 13 (ຕໍ່).
- ຄູແບ່ງກະດານອອກເປັນສອງສ່ວນ.
- ຄູຂຽນຫົວບົດໃສ່ກະດານ.
   ກິດຈະກຳທີ 1 :
- ຄູແບ່ງນັກຮຽນອອກເປັນ 4 ກຸ່ມຍ່ອຍ.
- ຄູຢາຍຄຳຖາມໃຫ້ແຕ່ລະກຸ່ມຄົ້ນຄວ້າ ແລ້ວໃຫ້ອອກມາລາຍງານ. ໂດຍຄູໄດ້ຈັດຕັ້ງເອົານັກຮຽນກຸ່ມເປົ້າໝາຍເປັນຫົວໜ້າກຸ່ມ. ແລ້ວອອກມາລາຍງານ.
- ຄໍາຖາມ :
 1. ຈົ່ງສັງລວມພູມສາດສັງຄົມໂດຍຫຍໍ້ ?
2. ການກະສິກຳຂອງມາເລເຊຍເປັນຄືແນວໃດ ?
3. ຍ້ອນຫຍັງອຸດສາຫະກຳຂອງມາເລເຊຍຈຶ່ງຂະຫຍາຍຕົວ ?
4. ການຄົມມະນາຄົມຂອງມາເລຍເຊຍມີຄືແນວໃດ ?
- ຄູຕິດຕາມການເຮັດວຽກກຸ່ມຂອງນັກຮຽນ ໂດຍໃຫ້ຄວາມໃກ້ສິດກັບກຸ່ມເປົ້າໝາຍໃຫ້ລາຍຂຶ້ນ.
- ຄູໃຫ້ຕົວແທນກຸ່ມ( ກຸ່ມເປົ້າໝາຍ )ອອກມາລາຍງານຜົນການຄົ້ນຄວ້າ.
- ຄູສະເໜີໃຫ້ກຸ່ມອື່ນຖາມ ຫຼື ປະກອບຄຳຄິດເຫັນ.
- ຄູສະຫຼຸບ :


·         ຂັ້ນສະຫຼຸບ :
-ຄູແລະນັກຮຽນພ້ອມກັນສະຫຼຸບບົດຮຽນ.
- ຄູເໜັ້ນບາງບັນຫາທີສຳຄັນຂອງບົດຮຽນ.
I.ພູມສາດທຳມະຊາດ.
II. ພູມສາດສັງຄົມ.
III. ພູມສາດເສດຖະກິດ.
- ຄູຖາມຂໍ້ຂ້ອງໃຈຂອງນັກຮຽນ.
- ຄູຕອບຂໍ້ຂ້ອງໃຈຂອງນັກຮຽນ( ຖ້າມີ ).
·         ຂັ້ນປະເມີນ :
- ຄູຕັ້ງຄຳຖາມ :
1. ຍ້ອນຫຍັງອຸດສາຫະກຳຂອງມາເລເຊຍຈຶ່ງຂະຫຍາຍຕົວ ?
- ຄູໃຫ້ນັກຮຽກຸ່ມເປົ້າໝາຍລຸກຕອບ 1 2 ຄົນ.
- ຄູຊົມເຊີຍ.
- ຄູສະຫຼຸບຄືນ.
·         ຂັ້ນຕັກເຕື່ອນ :
-       ຄູສຶກສາແນວຄິດຂອງນັກຮຽນທາງດ້ານການຮ່ຳຮຽນ ແລະ ການປະຕິບັດລະບຽບວິໄນ ໂດຍສະເພາະແມ່ນກຸ່ມເປົ້າໝາຍ.
v  ຜົນການວິໄຈຄັ້ງນີ້ສາມາດເຫັນໄດ້ເຖິງການປ່ຽນແປງຂອງພຶດຕິກຳຂອງນັກຮຽນທີ່ບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມນັ້ນ ຫັນມາໃຫ້ຄວາມສົນໃຈໃນການເຮັດວຽກກຸ່ມຫຼາຍຂຶ້ນ, ເຫັນໄດ້ເຖິງຄວາມສຳຄັນຂອງການຮຽນແບບເຮັດວຽກເປັນກຸ່ມ.     ຈາກການດຳເນີນການວິໃຈ ແລະ ການສັງເກດຜົນໄດ້ຮັບຕົວຈິງເຫັນວ່າ : ການວິໃຈຄັ້ງນີ້ສາມາດແກ້ໄຂບັນຫານັກຮຽນບໍ່ມັກມີສ່ວນຮ່ວມໃນການເຮັດວຽກກຸ່ມໄດ້ສຳເລັດ. ຄິດເປັນເປີເຊັນແມ່ນ 90%. ສາມາດເຮັດໃຫ້ນັກຽນຫັນມາເອົາໃຈໃສ່ຕໍ່ການຮຽນການສອນຫຼາຍຂຶ້ນ ກໍ່ຄືມີການເອົາໃຈໃສ່ຕໍ່ການຮຽນໂດຍການຈັດກິດຈະກຳການຮຽນແບບເປັນກຸ່ມດີຂຶ້ນສົ່ງຜົນໃຫ້ການສອນ - ການຮຽນຮູ້ມີປະສິທິພາບດີຂື້ນນັກຮຽນມີຄວາມເອົາໃຈໃສ່ ມີກາຖາມບົດຮຽນນຳໝູ່ຄູ່ ແລະ ກ້າຖາມບົດຮຽນທີ່ບໍ່ເຂົ້າໃຈນຳອາຈານຜູ້ສອນ.

v  ຂໍ້ສະເໜີ :
G  ສະເໜີບັນດາຄູ - ອາຈານໂຮງຮຽນມັດທະຍົມຕົ້ນຕ້ອງໄດ້ເອົາໃຈໃສ່ຕິດຕາມຕື່ມສຳລັບບັນຫາດັ່ງກ່າວ.
A  ສະເໜີບັນດາອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກອີກໃນການວິໃຈຄັ້ງຕໍ່ໆໄປ.



ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here