ບົດ​ທີ 4 ການ​ຈັດ​ການ​ໂປ​ແກມ​ແລະ​ການ​ຈັດ​ການ​ແຟ້ມ​ເອ​ກະ​ສານ - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันเสาร์ที่ 15 พฤษภาคม พ.ศ. 2564

ບົດ​ທີ 4 ການ​ຈັດ​ການ​ໂປ​ແກມ​ແລະ​ການ​ຈັດ​ການ​ແຟ້ມ​ເອ​ກະ​ສານ

                                                             ບົດ​ທີ 4

ການ​ຈັດ​ການ​ໂປ​ແກມ​ແລະ​ການ​ຈັດ​ການ​ແຟ້ມ​ເອ​ກະ​ສານ

1. ການ​ຈັດ​ການໂປ​ແກມ

1.1 ການ​ເປິດ​ແລະປິດໂປ​ແກມ

1.  ດັບ​ເບິ້ນ​ຄິກ​ທີ່​ໄອ​ຄອນ​ໂປ​ແກມທີ່​ຕ້ອງ​ການ​ໃຊ້​ງານ​ທີ່​ໜ້າ​ຈໍ​ຄອມ​ພິວ​ເຕີ


2. ຄິກ​ທີ່ Start ແລ້ວໂປ​ແກມ​ແລະ​ເມ​ນູ​ຕ່າງ ໆ ຈະ​ປາ​ກົດ​ຂຶ້ນ​ມາ​ສາ​ມາດ​ເລືອນ​ເພື່ອ​ເລືອກ​ໃຊ້​ງານໂປ​ແກມທີ່​ຕ້ອງ​ການ

ການ​ຈັດ​ການ​ໜ້າ​ຕ່າງ​ໂປ​ແກມ ( ຫຍໍ້ ​ຂະ​ຫຍາຍ ແລະ​ປິດ​ໂປ​ແກມ )




1.  ໃຊ້​ສຳ​ລັບ​ເຊື່ອງ​ໜ້າໂປ​ແກມ​ທີ່​ໃຊ້​ງານ​ຢູ່ ແຕ່ໂປ​ແກມ​ຍິງ​ບໍ່​ທັ​ນ​ຖືກ​ປິດ​ແລະ​ສາ​ມາດ​ເອີ້ນ​ມາ​ໃຊ້​ງານ​ໄດ້​ໂດຍ​ການ​ກົດ​ເລືອກ​ໂປ​ແກມ​ທີ່ ແຖບ​ດ້ານ​ລຸ່ມ Statusbar

2. ໃຊ້​ສ​ຳ​ລັບ​ຂະ​ຫຍາຍຫຼື​ຫຍາຍ​ຫນ້າ​ຕ່າງ​ໂປ​ແກມ

3 ໃຊ້​ສ​ຳ​ລັບ​ປິດໂປ​ແກມ

 

  1. ການ​ໃຊ້​ງານ File Explorer

1.1.        ການ​ສ້າງ Folder

1. ການສ້າງ Folder ຫຼື​ແຟ້ມ​ເກັບ​ເອກະສານ​ໃຫ້ເປັນ​ໝວດ​ໝູ່ ສາມາດ​ເຮັດ​ໄດ້​ດັ່ງ​ນີ້​

​ຄກ​ຂວາ​ພື້ນ​ທີ່​ວ່າງ​ເທິງ​ໜ້າ​ຈໍ > ຈາກ​ນັ້ນ​ເລືອກ New > Folder


ຈາກ​ນັ້ນ folder ຈະ​ປາ​ກົດ​ຂຶ້ນຂຶ້ນ​ຕາມ​ຮູບ​ແລະ​ມີ​ໄຮ​ໄລ​ທ​໌​ສີ​ນ້ຳ​ເງີນ​ໄວ້ ຕໍ່​ຈາກ​ນັ້ນ​ໃຫ້​ເຮົາ​ພິມ​ຊື່ Folder ທີ່​ເຮົາ​ຕ້ອງ​ການ​ລົງ​ໄປ​


ຕັ້ງຊື່​ Folder ຕາມ​ທີ່​ຕ້ອງ​ການ ຕາມ​ພາບ ​ກໍ​ເປັນ​ອັນ​ສຳເລັດ​ສິ້ນ​ການສ້າງ Folder ໃນ Windows


2.2      ການ​ລົບ Folder

1. ຫຼັງ​ຈາກ​ທີ່​ເຮົາ​ມີ Folder ແລ້ວ ແລະ​ຕ້ອງ​ການ​ຈະ​ລົບ Folder ນັ້ນ​ອອກ​ໄປ​ຈາກ​ຄອມພິວເຕີ​ໃຫ້​ເຮົາ​ກໍ່ການ​ຄລິກ​ຂວາ​ທີ່ Folder ທີ່​ເຮົາ​ຕ້ອງ​ການ​ລົບ ຕໍ່​ຈາກ​ນັ້ນ​ກົດ Delete ແລະ​ກົດ Yes ເພື່ອ​ການ​ລົບ Folder


ໃນ​ການ​ທີ່​ເຮົາ​ລົບ folder ນັ້ນ ເອກະສານ​ທຸກ​ຢ່າງ​ທີ່​ຢູ່​ພາຍໃຕ້ Folder ນີ້​ກໍ​ຈະ​ຖືກ​ລຶບໄປ​​ນຳ

3.3 ການຕັ້ງ​ຊື່​ໃໝ່ Folder ໃນ Windows

1. ຫຼັງ​ຈາກ​ທີ່​ເຮົາ​ໄດ້​ເຮັດ​ການສ້າງ folder ເປັນ​ທີ່​ຮຽ​ບ​ຮ້ອຍ​ແລະ​ຕັ້ງຊື່​ໄຟ​ລ​໌​ຮຽບຮ້ອຍ ແລະ​ໃນ​ອະນາຄົດ​ເຮົາ​ຢາກ​ປ່ຽນ​ຊື່ Folder ຈະ​ເຮັດ​ຍັງ​​ໄງ​ດີ​ລະ

 ໃຫ້​ເຮົາ​ຄລິກ​ຂວາ​ທີ່ Folder ທີ່​ເຮົາ​ຕ້ອງ​ການ​ປ່ຽນ​ຈາກ​ນັ້ນ​ເລືອກ rename ຈາກ​ນັ້ນ​ກໍ່ການ​ຕັ້ງຊື່ Folder ໃໝ່​ແລະ​ກົດ Enter (ຫຼື​ຄລິກ​ຊ້າຍ​ໄປ​ທີ່​ວ່າງ1ເທື່ອ)


3.4 ສຳ​ເນົາ (Copy) Folder ໃນ Windows

1. ການ Copy ໃນWindows ນັ້ນ​ເປັນ​ການ​ຄັດ​ລອກ​ອອກ​ມາ​ເປັນ​ອີກ​ຊຸດ​ໜຶ່ງ (ໂດຍ​ຈະ​ໄດ້​ທັງFolder ຕົ້ນ​ທາງ ແລະ Folder ປາຍ​ທາງ​ທີ່​ຄືກັນ) ໂດຍ​ຖ້າ​ເຮົາ​ຈະ Copy ໃຫ້​ຄລິກ​ຂວາ​ທີ່ Folder ທີ່​ເຮົາ​ຕ້ອງ​ການcopyຈາກ​ນັ້ນ​ກົດ Copy ແລະ​ໄປ​ຄລິກ​ຂວາ​ທີ່​ວ່າງ ຈາກ​ນັ້ນ​ກົດ Paste


3.5  ການ​ຕັດ (Cut) Folder ໃນ Windows

1. ເປັນ​ການ​ຕັດ Folder ໂດຍ​ເປັນ​ການ copy ຈາກ​ທີ່​ເດີມ​ໄປ​ໄວ້​ທີ່​ໃໝ່ ແລະ​ເມື່ອ​ເຮົາ​ຄລິກ​ຂວາ​ແລະ​ກົດ Paste ເຮົາ​ກໍ​ຈະ​ໄດ້​ທີ່​ໃໝ່ ແລະໂຟນ​ເດີ​ຕົ້ນ​ທາງ​ຂອງ​ເຮົາ​ກໍ​ຈະ​ຫາຍ



ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here