ບົດ​ທີ 1 ທັກ​ສະ​ຄອມພິວເຕີ​ເ​ລີ່ມ​ຕົ້ນ ການ​ເປີດ​ເຄື່ອງ ການ​ເຂົ້າ​ສູ່​ເມ​ນູ​ຕ່າງ ໆ ແລະ ການ​ປິດ​ເຄື່ອງ - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันเสาร์ที่ 15 พฤษภาคม พ.ศ. 2564

ບົດ​ທີ 1 ທັກ​ສະ​ຄອມພິວເຕີ​ເ​ລີ່ມ​ຕົ້ນ ການ​ເປີດ​ເຄື່ອງ ການ​ເຂົ້າ​ສູ່​ເມ​ນູ​ຕ່າງ ໆ ແລະ ການ​ປິດ​ເຄື່ອງ

 

ບົດ​ທີ 1

 ທັກ​ສະ​ຄອມພິວເຕີ​ເ​ລີ່ມ​ຕົ້ນ ການ​ເປີດ​ເຄື່ອງ ການ​ເຂົ້າ​ສູ່​ເມ​ນູ​ຕ່າງ ໆ ແລະ ການ​ປິດ​ເຄື່ອງ


  1. ຄວາມ​ໝາຍ​ຂອງ​ຄອມ​ພິວ​ເຕີ້

ຄອມພິວເຕີ​ມີ​າກ​ສັບ​ມາ​ຈາກ​ພາສາ​ລະ​ຕິນ​ວ່າ Computare  ໝາຍ​ເຖິງ ການ​ນັບ ​ຫຼື​ການ​ຄິດໄລ່​ິ່ງ​ສ່ວນ​ໃຫຍ່​ຈະ​ຮູ້​ຈັກ​ຄອມພິວເຕີ​ໃນ​ຮູບ​ແບບ​ຂອງ​ອຸປະກອນ​ອີເລັກໂຕນິກ​ທີ່​ມະນຸດ​ສ້າງ​ຂຶ້ນ ໄດ້​ມີ​ຜູ້​ໃຫ້​ນິ​າມ​ຄວາມໝາຍ​ຂອງ​ຄອມພິວເຕີ​ໄວ້​ຫຼ​ວງ​ຫຼ​າຍ ເຊັ່ນ:

ຄອມພິວເຕີ ແມ່ນ ເຄື່ອງ​ມື​ທັນ​ສະໄໝ​ທີ່​ມະນຸດ​ປະດິດ​ຂຶ້ນ​ມາ​ເພື່ອ​ໃຊ້​ຊ່ວຍ​ເຮັດວຽກ​ທີ່ດ​ລັບ​ຊັບ​ຊ້ອນ ຫຼື​ວຽກ​ທີ່​ມີ​ປະລິມານ​ຫຼ​າຍ​ໆ ໃຫ້​ສຳເລັດ​ດ້ວຍ​ຄວາມ​ຖືກ​ຕ້ອງ​ພາຍ​ໃນ​ໄລະ​ຍະ​ເວລາ​ອັນ​ສັ້ນ

ຄອມພິວເຕີ ໝາຍ​ເຖິງ ເຄື່ອງ​ມື Electronic Computer ທີ່​ມີ​ລັກສະນະ​ດັ່ງ​ນີ້

-   ສາມາດ​ກໍ່ການ​ຮັບ​ຂໍ້​ມູນ ຄິດໄລ່ ປຽບທຽບ ແລະ​ໃຫ້​ຜົນ​ລັບ​​ໄດ້​ຢ່າງ​ວ່ອງໄວ ໜ່ວຍ​ຄວາມ​ໄວ​ຂອງ​ເຄື່ອງ​ວັດແທກ​ເປັນ Millisecond, Microsecond ແລະ Nanosecond ຊຶ່ງ​ເທົ່າ​ກັບ 1/103, 1/106, 1/109  ຂອງ​ວິ​ນາ​ທີ​ຕາມ​ລຳ​ດັບ

-       ມີ​ໜ່ວຍ​ຄວາມ​ຈຳ​ພາຍ​ໃນ​ເຄື່ອງ (Internal Memory) ສາມາດ​ຮັບ​ຂໍ້​ມູນ (Data) ແລະ​ຄຳ​ສັ່ງ​ຕ່າງ​ໆ (Instruction) ເກັບ​ໄວ້​ໃນ Memory ໄດ້ ເຮົາ​ຈຶ່ງ​ສາມາດ​ຂຽນ​ຊຸດ​ຄຳ​ສັ່ງ (List of Instruction) ທີ່​ຽງ​ຂັ້ນ​ຕອນ​ການ​ເຮັດ​ວຽກງານ​ຕາມ​ລຳ​ດັບ​ກ່ອນ​ຫຼັງ​ບັນ​ທຶກ​ໄວ້​ໃນ​ໜ່ວຍ​ຄວາມ​ຈຳ​ພອມ​ກັບ​ຂໍ້​ມູນ ເຄື່ອງ​ຈະ​ສາມາດ​ປະ​​ມວນ​ຜົນ​ຕາມ​ຊຸດ​ຄຳ​ສັ່ງ​ນັ້ນ​ໂດຍ​ອັດ​ໂນ​ມັດຊຸດ​ຄຳ​ສັ່ງ​ນີ້​ຮຽກວ່າ ໂປຣ​ແກຣມ (Program)

ຄອມພິວເຕີ ແມ່ນ ເຄື່ອງ​ມື​ທີ່​ມະນຸດ​ປະດິດ​ຂຶ້ນ​ເພື່ອ​ໃຫ້​ຊ່ວຍ​ເຮັດວຽກ​ທີ່​ມີ​ຄວາມ​ສະຫຼັບບ​ຊັບ​ຊ້ອນ​ຫຼືວຽກ​ທີ່​ມີ​ປະລິມານ​ຫຼ​າຍ​ໆ ແລະ​ມີ​ລັກສະນະ​ຊ້ຳ​ໆ ໃຫ້​ສຳເລັດ​ດ້ວຍ​ຄວາມ​ຖືກ​ຕ້ອງ​ໃນ​ະ​ະ​ເວລາ​ອັນ​ສັ້ນ

ຄອມພິວເຕີ ແມ່ນ ອຸປະກອນ​ໃດ​ໆ ກໍ​ໄດ້​ທີ່​ສາມາດ​ຮັບ​ຂໍ້​ມູນ​ເຂົ້າໄປ​ປະ​​ມວນ​ຜົນ​ແລ້ວ​ໃຫ້​ຜົນ​ລັບ​​ຢູ່​ໃນ​ຮູບ​ແບບ​ທີ່​ເຮົາ​ຕ້ອງ​ການ (Information) ຊິ້ນ​ສ່ວນ​ຫຼັກ​ທີ່​ປະກອບ​ຂຶ້ນ​ເປັນ​ຄອມພິວເຕີ​ປະກອບ​ດ້ວຍ ໜ່ວຍ​ຄວາມ​ຈຳ ໜ່ວຍ​ຄວບ​ຄຸມ ​ປະ​ມວນຜົນ ໜ່ວຍ​ຮັບ​ຂໍ້​ມູນ ແລະ​ສະແດງ​ຜົນ​ຂໍ້​ມູນ

ຈາກ​ຄວາມໝາຍ​ຂອງ​ຄອມພິວເຕີ​ທີ່​ຜູ້​ຮູ້​ຫຼາຍ​ໆ ທ່ານ​ໄດ້​ໃຫ້​ໄວ້​ແຕກ​ຕ່າງ​ກັນ​ນັ້ນ ສາ​ມາ​ດສະຫຼຸບ​ຄວາມ​ໝາຍ​ຂອງ​ຄອມພິວເຕີ​ໄດ້​ດັ່ງ​ນີ້

ຄອມພິວເຕີ ​ແມ່ນອຸປະກອນ​ທາງ​ອິ​ເລັກໂຕນິກ​ທີ່​ສາມາດ​ຮັບ​ຂໍ້​ມູນ​ເຂົ້າ​ມາ​ເກັບ​ໃນ​ໜ່ວຍ​ຄວາມ​ນຳ ແລະ​ກໍ່ການ​ປະ​ມວນ​ຜົນ​ຂໍ້​ມູນ ແລ້ວ​ສະແດງ​ຜົນ​ຂໍ້​ມູນ​ຜ່ານ​ອຸປະກອນ​ສະແດງ​ຜົນ​ແບບ​ຕ່າງ​ໆ ຫຼື​ບັນ​ທຶກ​ເກັບ​ໄວ້​ໃນ​ສື່​ຕ່າງ​ໆ ຕາມ​ຄວາມ​ປະສົງ​ຂອງ​ຜູ້​ໃຊ້

ຄອມ​ພິວ​ເຕີ້​ ແມ່ນ​ເຄື່ອງ​ໃຊ້​ອີ​ເລັກ​ໂຕ​ນິກ​ປະ​ເພດ​ໜ​ຶ່ງ ທີ່​ສ້າງ​​ຂຶ້ນ​ເພື່​ອ​ຊ່ວຍໃນ​ການ​ເຮັດ​ວຽກ​ຕ່າງ ໆ ໃຫ້​ສະ​ດວກ​, ວ່ອງ​ໄວ ແລະ ຖືກ​ຕ້ອງ​ເຊັ່ນ: ບັນ​ທຶກ​ຂໍ້​ມູນ, ປະ​ມວນ​ຜົນ​ຂໍ້​ມູນ, ຄິດ​ຄຳ​ນວນ, ສ້າງ​ເອ​ກະ​ສານ ແລະ ການ​ສື່​ສານ​ຕ່າງ ໆ ທີ່​ທັນ​ສະ​ໄໝ





 

  1. ວິ​ວັດ​ທະ​ນາ​ການ​ຂອ​ງ​ຄອມ​ພິວ​ເຕີ້

ປະຫວັດຄວາມເປັນມາຂອງຄອມພິວເຕີ

ກ່ອນທີ່ຈະເປັນຄອມພິວເຕີ ໃນຮູບຮ່າງຕ່າງໆທີ່ພວກເຮົາກໍາລັງໃຊ້ໃນປະຈຸບັນນີ້ ຄອມພິວເຕີກໍ່ມີວິວັດທະນາການຫຼາຍໄລຍະ ຫຼາຍສະໄໃນເບື້ອງຕົ້ນ ເປັນພຽງຈັກຄິດໄລ່ເລັກໆນ້ອຍໆເທົ່ານັ້ນ ແລະ ຄອມພິວເຕີເຄື່ອງທໍາອິດ ສ້າງໂດຍສາດສະດາຈານຟີຊິກ ແລະ ຄະນິດສາດຊື່ Jhone Atanasoff ແລະນັກສຶກສາປຣິນຍາໂທ Cliford Berry ແຕ່ຍ້ອນຄວາມພະຍາຍາມ ຂອງມະນຸດທີ່ຢາກສ້າງ ໃຫ້ທັນສະໄຫມຂຶ້ນ ແລະ ແທດເາະກັບແຕ່ລະໄລຍະຈົນກ້າວຂຶ້ນສູ່ຍຸກປະຈຸບັນເຊິ່ງເອີ້ນວ່າ ຍຸກແຫ່ງການສຶກສາ ແບບບໍ່ມີພົມແດນ.

Digital Computer ເຄື່ອງທໍາອິດ ທີ່ຖືກສ້າງໂດຍສາດສະດາຈານຟີຊິກ ແລະ ຄະ ນິດສາດ John Atanasoff ແລະ ນັກສຶກສາປຣິນຍາໂທ Cliford Berry. ມີນ້ໍາຫນັກ 1.653 ໂຕນ ເກັບ ຂໍ້ມູນໄດ້ 3.000 bit= 375 byte= 0.36 KB.

ໃນຄັ້ງທໍາອິດຄອມພິວເຕີເອີ້ນວ່າ: ຄອມພິວເຕີສ່ວນບຸກຄົນ (Personal Compu ter) ແມ່ນໃນປີ ຄ.1970 ຕໍ່ມານັກອອກແບບຄອມພິວເຕີ ຊາວອາເມລິກາ Steven Jobs ແລະ Stephen Wozniak ໄດ້ສ້າງ Apple II ໄດ້ກາຍເປັນ PCs ໜ່ວຍທໍາອິດ ທີ່ສາມາດເປັນພາບ Video ສີ ແລະ ມີ Keyboard ທີ່ຊ່ວຍໃຫ້ໃຊ້ງານຄອມພິວເຕີງ່າຍຂຶ້ນ.

ໃນປີ 1981 International Business Machines Corporation (IBM) ໄດ້ ນໍາສະເຫນີ IBM PC, ເຊິ່ງໄດ້ຖືກອອກແບບ ໂດຍນັກສະຖາປະນິກເຊິ່ງສາມາດ Run Software ຕ່າງໆ ຂອງຄອມພິວເຕີຊະນິດອື່ນໄດ້ ແລ້ວກໍ່ກາຍມາເປັນ PC Standard ໃນປະຈຸບັນ. 


  1. ປະ​ເພດ​ຂອງ​ຄອມ​ພິວ​ເຕີ້

ຄອມພິວເຕີສາມາດຈຳແນກໄດ້ຫຼາຍປະເພດ ຂຶ້ນຢູ່ກັບຄວາມແຕກຕ່າງຂອງຂະໜາດເຄື່ອງຄວາມໄວ ໃນການປະມວນຜົນ ແລະລາຄາເປັນຂໍ້ພິຈາລະນາຫຼັກ ໂດຍທົ່ວໄປນິຍົມຈຳແນກປະເພດ ຄອມພິວເຕີ ເປັນ 6 ປະເພດດັ່ງນີ້ຄື

        3.1. ຊູເປີຄອມພິວເຕີ (supercomputer) ເປັນຄອມພິວເຕີທີ່ມີປະສິດທິພາບໃນການເຮັດວຽກງານສູງສຸດ ຈຶ່ງມີລາຄາແພງຫຼ​າຍ ຄວາມສາມາດໃນການປະມວນຜົນທີ່ເຮັດໄດ້ ຫຼ​າຍກວ່າ ພັນລ້ານຄຳສັ່ງຕໍ່ວິນາທົວຢ່າງການໃຊ້ງານຄອມພິວເຕີປະເພດນີ້ ເຊັ່ນ ການພະຍາກອນອາກາດ, ການທົດສອບທາງອາກາດ ແລະວຽກງານອື່ນ ໆ ທີ່ມີການຄິດໄລ່ທີ່ຊັບຊ້ອນ





3.2. ຄອມພິວເຕີເມນເຟຣມຫຼືຄອມພິວເຕີຂະໜາດໃຫຍ່ (mainframe computer)

ເປັນຄອມພິວເຕີທີ່ມີປະສິດທິພາບຮອງຈາກຊູເປີຄອມພິວເຕີ ສາມາດຮອງຮັບການເຮັດວຽກງານຈາກຜູ້ໃຊ້ໄດ້ຫຼາຍ ຮ້ອຍຄົນໃນເວລາດຽວກັນ ປະມວນຜົນດ້ວຍຄວາມໄວສູງ ມີໜ່ວຍຄວາມຈຳຫຼັກຂະໜາດໃຫຍ່ ຕະຫຼ​ອດຈົນ ການຈັດເກັບຂໍ້ມູນ ໄດ້ເປັນຈຳນວນຫຼ​າຍ ຄອມພິວເຕີເມນເຟ ນິຍົມໃຊ້ກັບອົງການຂະໜາດໃຫຍ່ທີ່ມີການເຂົ້າເຖິງ ຂໍ້ມູນຂອງຜູ້ໃຊ້ຈຳນວນ ຫຼ​າຍໃນເວລາດຽວກັນເຊັ່ນ ງານທນາຄານ ການຈອງປີ້ເຄື່ອງບິນ ການລົງທະບຽນແລະການກວດສອບຜົນການຮຽນ ຂອງນັກສຶກສາ ເປັນຕົ້ນ



 

1.3. ມິນິຄອມພິວເຕີ ຫຼືຄອມພິວເຕີຂະໜາດກລາງ (minicomputer)

ເປັນຄອມພິວເຕີທີ່ມີປະສິດທິພາບໃນການເຮັດວຽກງານນ້ອຍກວ່າ ເມນເຟຣມແຕ່ສູງກວ່າໄມໂຄຣຄອມພິວເຕີ ແລະສາມາດ ຮອງຮັບການເຮັດວຽກງານ ຈາກຜູ້ໃຊ້ໄດ້ຫຼາຍຄົນໃນການເຮັດວຽກງານ ທີ່ແຕກຕ່າງກັນ ຈາກຈຸດເລີ່ມຕົ້ນໃນ ການພັດທະນາ ທີ່ຕ້ອງການໃຫ້ ຄອມພິວເຕີປະເພດນີ້ເຮັດວຽກສະເພາະຢ່າງ ເຊັ່ນ ການຄິດໄລ່ທາງດ້ານວິສົວກຳ ເຮັດໃຫ້ການພັດທະນາມິນິຄອມພິວເຕີ ຈະເລີນຢ່າງວ່ອງໄວ ປະຈຸບັນທຸລະກິດແລະອົງການຫຼາຍປະເພດນິຍົມນຳ ມິນິຄອມພິວເຕີມາ ໃຊ້ໃນການໃຫ້ບໍລິການຂໍ້ມູນແກ່ ລູກຄ້າ ເຊັ່ນ ການຈອງຫ້ອງພັກຂອງໂຮງແຮມ ການເຮັດວຽກງານດ້ານບັຊີຂອງອົງການທຸລະກິດ ເປັນຕົ້ນ 


1.4. ເຊິເວີຄອມພິວເຕີ (server computer)

     ເປັນຄອມພິວເຕີທີ່ສະໜັບສະໜູນການເຮັດວຽກງານຂອງຄອມພິວເຕີ ເຄອຂ່າຍຊຶ່ງໃຊ້ໃນການຈັດສັນແລະໃຊ້ຊັພະຍາກອນຮ່ວມກັນ ເຊັ່ນ ແຟ້ມຂໍ້ມູນ ໂປຣແກຣມປະຍຸກ ອຸປະກອນຄອມພິວເຕີ ( ເຊັ່ນ ເຄື່ອງພິມແລະອຸປະກອນອື່ນ ໆ ) 

1.5. ໄມໂຄຣຄອມພິວເຕີ (microcomputer)


          ເປັນຄອມພິວເຕີທີ່ມີຜູ້ນິຍົມໃຊ້ແພຫຼາຍຫຼ​າຍທີ່ສຸດ ສົ່ງຜົນໃຫ້ການພັດທະນາເຄື່ອງໄມໂຄຣຄອມພິວເຕີມີລັກສະນະແລະຮູບແບບ ທີ່ແຕກຕ່າງກັນ ເຊັ່ນ ຄອມພິວເຕີຕັ້ງໂຕະ ( desktop computer ) ຄອມພິວເຕີພົກພາ ( portable computer )

 


 

1.6. ຄອມພິວເຕີແບບຝັງ (embedded computer )


           ເປັນຄອມພິວເຕີທີ່ຝັງໃນອຸປະກອນຕ່າງ ໆ ນິຍົມນຳມາໃຊ້ເຮັດວຽກ ສະເພາະດ້ານ ພິຈາລະນາຈາກພາຍນອກຈະບໍ່ເຫັນວ່າເປັນຄອມພິວເຕີແຕ່ຈະ ເຮັດຫນ້າທີ່ຄວບຄຸມການເຮັດວຽກງານບາງຢ່າງຂອງອຸປະກອນນັ້ນໆ ຄອມພິວເຕີປະເພດນີ້ ເຊັ່ນ ເຄື່ອງຫຼິ້ນເກມ ລະບົບເຕີມນ້ຳມັນອັດໂນມັດ ໂທລະສັບມືຖື ເປັນຕົ້ນ

 


 

  1. ປະໂຫຍດ​ຂອງ​ຄອມ​ພິວ​ເຕີ້

-       ທັນ​ສະ​ໄໝ /​ທັນ​ເຫດ​ການ/ ​ທັນ​ຂໍ້​ມູນ​ຂ່າວ​ສານ/ ​ທັນ​ໂລກ ຊ່ວຍ​ໃຫ້​ສາ​ມາດ​ຕິດ​ຕໍ່​ສື່​ສານ​ກັບ​ຄົນ​ທັງ​ໂລກ​ໄດ້

-       ຊ່ວຍ​ໃນ​ການ​ຮຽນ ການ​ເຮັດ​ວຽກ ທັນ​ສະ​ໄໝ ແລະ ໄດ້​ຮັບ​ຄວາມ​ສະ​ດວກ.

-       ເປັນ​ແຫຼ່ງ​ການ​ຮຽນ​ຮູ້​ທີ່​ດີ.

-       ຊ່ວຍ​ໃນ​ການ​ຮັບ​ສົ່ງ​ຂ່າວ​ສານ​ໄດ້​ຢ່າງວ່ອງ​ໄວ.

-       ຊ່ວຍ​ຜ່ອນ​ຄາຍ​ຄວາມ​ຕຶງ​ຄຽດ ເຊັ່ນ ຫຼິ້ນເກມ ເບີ່ງ​ໜັງ ຟັງ​ເພງ ຮ້ອງ​ເພງ

-       ຊ່ວຍ​ສ້າ​ງານ​ສິນ​ລະ​ປະ ອອກ​ແບບ

  1. ວິ​ທີ​ການ​ເຮັດ​ວຽກ​ຂອງ​ຄອມ​ພິວ​ເຕີ້

5.1.        ການ​ເປິດ​ແລະ​ປິດ​ຄອມ​ພິວ​ເຕີ້

1.    ການເປີດເຄື່ອງ

ກ່ອນອື່ນໝົດ​ ຕ້ອງກວດເບິ່ງສາຍໄຟ, ຫມໍ້ເກັບໄຟ (UPS) ວ່າຕໍ່ກັບປົກໄຟເປີດສວິດ ແລ້ວຫຼືຍັງ ຫຼັງຈາກນັ້ນໃຫ້ເຮົາເປີດຢູ່ມ Power ຂອງໂຄດ (Case) ແລະມໍນິເຕີ (Monitor).


                        ຮູບທີ 1 ຮູບສະແດງຂັ້ນຕອນການເປີດເຄື່ອງ 

2.  ວິທີການປິດເຄື່ອງ ທີ່ຖືກຕ້ອງກ່ອນອື່ນໃຫ້ພວກເຮົາສັງເກດຢູ່ທີ່ແຖບ Status Bar ວ່າຍັງມີໂປຣແກຣມໃດເປີດຢູ່ຫຼືບໍ່ຖ້າມີແມ່ນໃຫ້ເຮົາປິດໂປຣແກຣມ ເຫຼົ່ານັ້ນກ່ອນຫຼັງຈາກນັ້ນ ຈຶ່ງປິດຄອມ ໂດຍເລືອກຄິກທີ່ປຸ່ມ Start ຈະ​ປາ​ກົດ​ມີ​ຄຳ​ສັ່ງ​ຕ່າງ ໆ ເກິດ​ຂຶ້ນ​ຄື

1. Shut Down ແມ່ນ​ຄຳ​ສັ່ງ​ໃນ​ການ​ປິດ​ຄອມ​ພິວ​ເຕີ້

 


ຮູບທີ2 ຮູບສະແດງຂັ້ນຕອນການປິດເຄື່ອງ

          2. Restart ແມ່ນການມອດຄອມປະມານ 2 ຫຼື 3 ນາທີຫຼັງຈາກນັ້ນຄອມກໍ່ຈະເປີດຂຶ້ນມາ ອີກຄັ້ງຫນຶ່ງ. ເຮົາຈະ Restart_Computer ໃນເມື່ອຄອມພິວເຕີ ມີບັນຫາເທົ່ານັ້ນເຊັ່ນ: ເມົາໃຊ້ບໍ່ໄດ້, ຄອມຄ້າງ ແລະ ອື່ນໆ



 

3. Sleep ເປັນປຸ່ມສໍາລັບສະແຕນບາຍຄື ເມື່ອເຮົາກົດປຸ່ມນີ້ ແລ້ວຄອມພິວເຕີຂອງເຮົາກໍ່ ຈະປິດແຕ່ທີ່ຈິງແລ້ວຄອມພິວເຕີ ຂອງເຮົາຍັງບໍ່ທັນປິດແທ້ໆເທື່ອ, ເປັນການພັກຄອມໄວ້ຊົ່ວຄາວ.



5.2.        ການ​ເຂົ້າ​ສູ່​ຄອມ​ພິວ​ເຕີ້

  


A. ປຸ່ມ (Start) ເປັນຈຸດເລີ່ມຕົ້ນສຳລັບເປີດໂປແກມຕ່າງໆ

B. ທາສບາ (Taskbar) ແມ່ນແຖບຍາວໆ ດ້ານລຸ່ມຂອງໜ້າຈໍ ໃຊ້ສະແດງໂປແກມທີ່ກຳລັງໄຊ້ງານຢູ່

C. ໄອຄອນ  (Icon) ແມ່ນການສະແດງໂປແກມຕ່າງໆ

D. ໂຕຊີ້ເມົ້າ  (Mouse Pointer) ຄືສັນຍາລັກສະແດງຕຳແໜ່ງເມົ້າ

E. Notification area ເປັນສ່ວນທີ່  Windows ໃຊ້ບອກສະຖານະການຕ່າງໆ ກັບຜູ້ໄຊ້ ເຊັ່ນ ເວລາ ວັນທີ ແລະ ການແຈ້ງເຕືອນອື່ນໆ

F. ເດສທ໋ອບ (Desktop) ເປັນພື້ນທີ່ໜ້າຈໍໃຊ້ງານ  Windows  ທັງໝົດ

 

5.3.        ກາ​ນ​ເຂົ້າ​ສູ່​ເມ​ນູ​ຕ່າງ ໆ

ປຸ່ມ Start Menu ຂອງ Windows 7 ຈະເປັນຈຸເລີ່ມຕົ້ນໃນການເອີ້ນໄຊ້ງານໂປແກມ ຫຼືເອີ້ນໄຊ້ຄຳສັ່ງຕ່າງໆ ທີ່ມີຢູ່ໃນເຄື່ອງ ເທື່ອຄິກປຸ່ມນີ້ ກໍ່ຈະປະກົດລາຍຊື່ໂປແກມ ແລະ ຄຳສັ່ງທີ່ມີຢູ່ ການສະແດງປຸ່ມເມນູ Start Menu ສາມາດສະແດງໄດ້ຫຼາຍແບບ ຂຶ້ນຢູ່ກັບຄວາມມັກຂອງຜູ້ໄຊ້

 


1. ປຸ່ມ Start Menu ເມື່ອຄິກ ຈະປາກົດລາຍຊື່ໂປແກມ ແລະ ຄຳສັ່ງຕ່າງໆ
2. Search ຄຳສັ່ງສຳລັບຄົ້ນຫາໄຟລ໌ ແລະ ໂຟລເດີເອກະສານທີ່ມີຢູ່
3. All Programs ລາຍຊື່ໂປແກມທັງໝົດທີ່ມີຢູ່ໃນເຄື່ອງ ທັງທີ່ເປັນຂອງວິນໂດ Windows  ແລະ ໂປແກມອື່ນ ແຕ່ລະເຄື່ອງບໍ່ຄືກັນ

4. Recent Use ສະແດງລາຍຊື່ໂປແກມທີ່ມັກເອີ້ນມານຳໄຊ້
5. Pinned Icon ລາຍຊື່ໂປແກມທີ່ປັກໝຸດໄວ້ ເພື່ອຄວາມສະດວກໃນການໄຊ້

6. ພາບສະແດງໂຕແທນຂອງຜູ້ໄຊ້ເຄື່ອງ (User) ທີ່ເຂົ້າລະບົບຢູ່ໃນຂະນະນັ້ນ
7. ຊື່ User ທີ່ລ໋ອກອິນ ຫຼື ກຳລັງເຂົ້າໄຊ້ງານ Windows  ຢູ່ໃນຂະນະນັ້ນ
8. ໂຟລເດີເກັບໄຟລ໌ຂອງ User ທີ່ກຳລັງເຂົ້າໄຊ້ຢູ່ໃນຂະນະນັ້ນ

9. Control Panel ກຸ່ມໂປແກມສຳລັບປັບແຕ່ງ Windows
10. Devices and Printers ຄຳສັ່ງສຳລັບສະແດງລາຍຊື່ອຸປະກອນທີ່ມີການເຊື່ອມຕໍ່ກັບ Windows
 ຫຼື ລາຍຊື່ໄດເວີທີ່ມີການຕິດຕັ້ງໄວ້ ແລະ ໄດເວ້ຂອງເຄື່ອງພິມ
11. Default Programs ຄຳສັ່ງກຳນົດໃຫ້ໂປແກມໄດເປັນໂປແກມຫຼັກ ສຳລັບການເອີ້ນໄຊ້ໄຟລ໌ຂໍ້ມູນແບບຕ່າງໆ.
12. Help and Support ລວມຄຳສັ່ງອະທິບາຍການໄຊ້ງານ Windows ຄ້າຍກັບເປັນຄູ່ມືຂອງວິນໂດ

13. Shutdown ຄຳສັ່ງປິດເຄື່ອງ


ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here