ບົດທີ 3 ວິທີການເຮັດວຽກງານຂອງຄອມພິວເຕີ - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันเสาร์ที่ 15 พฤษภาคม พ.ศ. 2564

ບົດທີ 3 ວິທີການເຮັດວຽກງານຂອງຄອມພິວເຕີ

                                                         ບົດ​ທີ 3

ວິທີ​ການ​ເຮັດ​ວຽກງານ​ຂອງ​ຄອມພິວເຕີ

         1.    ວິທີການເຮັດວຽກງານຂອງຄອມພິວເຕີ

         ການ​ເຮັດ​ວຽກງານ​ຂອງ​ຄອມພິວເຕີ​ຈະ​ເລີ່ມ​​ຈາກ​ຜູ້​ໃຊ້​ປ້ອນ​ຂໍ້​ມູນ​ຜ່ານ​ທາງ​ອຸປະກອນ​ຂອງ​ໜ່ວຍ​ຮັບ​ເຂົ້າ  (Input  device)  ເຊັ່ນ  ຄີ​ບ​ອ​ດ  ເມົາ​ສ​໌  ຂໍ້​ມູນ​ຈະ​ຖືກ​ປ່ຽນ​ໃຫ້ເປັນ​ສັຍ​ຍານ​ດິ​ຈິ​ທັນ  ປະກອບ​ດ້ວຍ​ເລກ  0  ແລະ  1  ແລ້ວ​ສົ່ງ​ຕໍ່ໄປ​ຍັງ​​ໜ່ວຍ​ປະ​ມວນ​ຜົນກ​າງ  ເພື່ອ​ປະ​ມວນ​ຜົນ​ຕາມ​ຄຳ​ສັ່ງ  ໃນ​ລະຫວ່າງ​ການ​ປະ​ມວນ​ຜົນ​ຂໍ້​ມູນ​ຈະ​ຖືກ​ເກັບ​ໄວ້​ທີ່  (Random  Access  Memory:  RAM)  ເຮັດ​ໜ້າທີ່​ເກັບ​ຂໍ້​ມູນ​ຈາກ​ການ​ປະ​ມວນ​ຜົນ​ເປັນ​ການ​ຊົ່ວ​ຄາວ  ຂະນະ​ດຽວ​ກັນ  ອາດ​ມີ​ຄຳ​ສັ່ງ​ໃຫ້​ນຳ​ຜົນ​ລັບ​ຈາກ​ການ​ປະ​ມວນ​ຜົນ​ດັ່ງ​ກາວ​ໄປ​ສະແດງ​​ຜ່ານ​ທາງ​ອຸປະກອນ​ຂອງ​  ໜ່ວຍ​ສົ່ງ​ອອກ  ເຊັ່ນ ຈໍ​ພາບ  ຫຼື  ເຄື່ອງ​ພິມ  ນອກ​ຈາກ​ນີ້​ເຮົາ​ສາມາດ​ບັນ​ທຶກ​ຂໍ້​ມູນ​ທີ່​ຢູ່ໃນ​ອະນາຄົດໂດຍ​ການ​ອ່ານ​ຂໍ້​ມູນ​ທີ່​ບັນ​ທຶກ​ໃນ​ສື່​ດັ່ງ​ກາວ ​ຜ່ານ​ທາງ​ເຄື່ອງ​ຂັບ​ຫຼື​ໄດ​ຣ​໌  (drive)  ການ​ສົ່ງ​ຜ່ານ​ຂໍ້​ມູນ​ໄປ​ຍັງໜ່ວຍ​ຕ່າງ​ໆ  ພາຍ​ໃນ​ລະບົບ​ຄອມພິວເຕີ​ຈະ​ຜ່ານ​ທາງ​ລະບົບ​ບັດ  (bus)  ອຸປະກອນ​ຂອງ​ໜ່ວຍ​ຮັບ​ເຂົ້າ​ແລະ​ສົ່ງ​ອອກ  ຈະ​ເຊື່ອມ​ຕໍ່​ກັບ​​ເຄື່ອງຄອມ​ພິວ​ເຕີ​ທີ່​ເອິ້ນວ່າ ຊິດສະ​ເຕັມ​ຢູ​ນິດ  (System  unit)  ມີ  ເຄດ  (case)  ເປັນ​ໂຄງ​ຍ​ຶດ​ໃຫ້​ອຸປະກອນ​ຕ່າງ​ໆ​ປະກອບ​ກັນ  ພາຍ​ໃນ​ເຄດ​ຈະ​ມີ​ເມນ​ບດ  (Mainboard)  ເປັນ​ແຜນ​ວົງ​ຈົນ​ຫຼັກໂດຍ​ຊີ​ພີ​ຢູ  ​ໜ່ວຍ​ຄວາມ​ຈຳກາ​ດຈໍ  ທັງໝົດ​​ເຖິງ​ອຸປະກອນ​ຕ່າງ​ໆ  ຈະ​ຖືກ​ຕໍ່​ກັບ​ເມນ​ບດ​​ທັງນັ້ນ

 2. ຫຼັກການ​ເຮັດວຽກ​ຂອ​ງ​ຄອ​ມ​ພິວ​ເຕີ​ປະ​ກອບ​ດ້ວຍ

   2.1        ​ໜ່ວຍ​ຮັບ​ເຂົ້າ Input

ເຮັດ​ໜ້າ​ທີ່​ຮັບ​ໂປ​ແກມ ແລະ ຂໍ້​ມູນ ເຂົ້າ​ສູ່​ເຄື່ອງ​ຄອມ​ພິວ​ເຕີ ອຸ​ປະ​ກອນ​ນຳ​ເຂົ້າ​ຕ່າງໆ​ມີ​ດັ່ງ​ນີ້

ເມົ້າ ແປ້ນ​ພິມ ໄມ ຈອຍ​ເກມ ຈໍ​ສຳ​ຜັດ......

   2.2        ​ໜ່ວຍ​ຄວາມ​ຈຳ Memory

2.2.1 ໜ່ວຍ​ຄວາມ​ຈຳ​ຫຼັກ  ເປັນ​ໜ່ວຍ​ຄວາມ​ຈຳ​ທີ່​ຢູ່ໃນ​ເຄື່ອງ​ຄອມພິວເຕີ  ແບ່ງ​ອອກ​ໄດ້​ເປັນ 2 ປະ​ເພດ ຄື

1. ຣອມ (ROM : Read Only Memory)  ເປັນ​ໜ່ວຍ​ຄວາມ​ຈຳ​ຫຼັກ​ທີ່

–  ໃຊ້​ບັນ​ຈຸ​ໂປຣ​ແກມ​ສຳຄັນ ທີ່​ໃຊ້​ໃນ​ການເຮັດວຽກ

–  ເກັບ​ໂປຣ​ແກມ​ຄຳ​ສັ່ງ​ໄວ້​ຢ່າງ​ຖາວອນ

–  ບໍ່​ຕ້ອງ​ໃຊ້​ກະ​ແສ​ໄຟ​ຟ້າ​ລ້ຽງ ຂໍ້​ມູນ​ກໍ​ຈະ​ຍັງ​​ຄົງ​ຢູ່

–  ຂຽນ​ຫຼື​ບັນ​ທຶກ​ຂໍ້​ມູນ​ຄຳ​ສັ່ງ​ໄດ້​ພຽງ​ເທື່ອ​ດຽວ ໃນ​ຂັ້ນ​ຕອນ​ການ​ຜະລິດ​ເຄື່ອງ​ຈາກ​ໂຮງ​ງານ ບໍ່​ສາມາດແກ້​ໄຂ​ປ່ຽນ​ແປງ​ໄດ້​ອີກ

2. ແຣມ (RAM : Random Access Memory)

–  ເຮັດ​ໜ້າທີ່​ເກັບ​ຂໍ້​ມູນ​ທີ່​ຮັບ​ເຂົ້າ​ມາ​ຈາກ​ໜ່ວຍ​ຮັບ​ຂໍ້​ມູນ ເພື່ອ​ນຳ​ໄປ​ປະ​​ມວນ​ຜົນ

–  ເຮັດ​ໜ້າທີ່​ເກັບ​ຜົນ​ລັບ​ທີ່​ໄດ້​ຂະນະ​ກໍ່ການ​ປະ​ມວນ​ຜົນ​ຊຶ່ງ​ຍັງ​​ບໍ່​ແມ່ນ​ຜົນ​ລັບ​​ສຸດ​ທ້າຍ

–  ເຮັດ​ໜ້າທີ່​ເກັບ​ຜົນ​ລັບ​​ທີ່​ໄດ້​ຈາກ​ການ​ປະ​ມວນ​ຜົນ​ຊຶ່ງ​ເປັນ​ຜົນ​ລັບ​ສຸດ​ທ້າຍ

–  ເຮັດ​ໜ້າທີ່​ເກັບ​ຊຸດ​ຄຳ​ສັ່ງ​ຕ່າງ​ໆ ຂະນະ​ທີ່​ເຮົາ​ກຳ​ລັງ​ເຮັດວຽກ​ຢູ່​ກັບ​ເຄື່ອງ ເພື່ອ​ໃຊ້​ໃນ​ການ​ປະ​ມວນ​ຜົນ

–  ເປັນ​ໜ່ວຍ​ຄວາມ​ຈຳ​ທີ່​ເກັບ​ຂໍ້​ມູນ​ຫຼື​ໂປຣແກ​ຣມ​ໄວ້​ຊົ່ວ​ຄາວ ສ້າງ​ຂຶ້ນ​ເພື່ອ​ຜູ້​ໃຊ້​ໂດຍ​ກົງ

–  ສາມາດ​ອ່ານ​ຫຼື​ຂຽນ​ທັບ​ຂໍ້​ມູນ​ລົງ​ໄປ​ໄດ້​ຕາມ​ຕ້ອງ​ການ ຖ້າ​ໄຟ​ດັບ​ຂໍ້​ມູນ​ຈະ​ສູ​ຫາຍ

–  ການ​ເຂົ້າ​ເຖິງ​ຂໍ້​ມູນ​ເປັນ​ແບບ​ສຸ່ມ

2.2.2 ໜ່ວຍ​ຄວາມ​ຈຳ​ສຳ​ຮອງ ( Virtual Memory )

ມີ​ເພື່ອ​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ຈື່​ຈຳ​ຂອງ​ຄອມ​ພິວ​ເຕີ​ໃຫ້ຫຼາຍ​ຂຶ້ນ ຕົວ​ຢ່າງ​ຂອງ​ໜ່ວຍ​ຄວາມ​ຈຳ​ສຳ​ຮອງ​ໄດ້​ແກ່

 

- ​ແຜ່ນ​ບັນ​ທຶກ ຫຼື ​ແຜນດິກ CD DVD ( Diskette )

- ຮາດ​ດິກ ( Harddisk )

- ຊີ​ດີ​ຣອມ ( Compact Disk Read only Memory : CDROM )

2.3        ໜ່ວຍ​ປະ​ມວນ​ຜົນ Processing

ເຮັດໜ້າທີ່ປະມວນຜົນ ແລະ ຄຳນວນການເຮັດວຽກຂອງລະບົບຄອມພິວເຕີທັງໝົດປະ​ກອບ​ດ້ວຍ

ກ. ໜ່ວຍ​ຄຳ​ນວນ ແລະ ວິ​ເຄາະ ( Arithematic and Logic Unit : ALU )

ເຮັດ​ໜ້າ​ທີ່​ໃນ​ການ​ຄຳ​ນວນ​ເຊັ່ນ: ບວກ ລົບ ຄູນ ຫານ​ແລະ​ໜ້າ​ທີ່​ໃນ​ການ​ປຽບທ​ຽບ​ຕັກ​ກະ​ສາດ​ໂດ​ໜ່ວຍ​  ຄວບ​ຄຸມ​ຈະ​ຄວບ​ຄຸມ​ຄວາມ​ໄວ​ໃນ​ການ​ຄຳ​ນວນ

ຂ. ໜ່ວຍ​ຄວບ​ຄຸມ ( Control Unit )

ເຮັດໜ້າ​ທີ່​ຄວຍ​ຄຸມ​ກົນ​ໄກ​ການ​ເຮັດ​ວຽກ​ຂອງ​ລະ​ບົບ​ທັງ​ໝົດ​ໂດຍ​ຈ​ເຮັດ​ວຽກ​ປະ​ສານ​ກັບ​ໜ່ວຍ​ຄຳ​ນວນ  ແລະ ໜ່ວຍ​ຄວາມ​ຈຳ ແລະ ຕັກ​ກະ​ ​ຊີ​ພີຢ​ູ​ທີ່​ໄຊ້​ໃນ​ປະ​ຈຸ​ບັນ ຄື ໄມ​ໂຄ​ຊິບ ຫຼື ( Microprocessor )

2.4        ​​ໜ່ວຍ​ສະ​ແດງ​ຜົນ Output

ເຮັດ​ໜ້າ​ທີ່​ສະ​ແດງ​ຜົນ​ລັບ​ຈາກ​ການ​ປະ​ມວນ​ຂໍ້​ມູນ ອຸ​ປະ​ກອນ​ສົ່ງ​ອອກ​ທີ່​ນິ​ຍົມ​ໄຊ້​ໄດ້​ແກ່

- ຈໍ​ພາບ (Monitor)  

- ລຳ​ໂພງ (Speakers)

- ເຄື່ອງ​ພິມ (Printers

ຂ. ອຸປະກອນພາຍໃນ Internal Device

ອຸປະກອນພາຍໃນຂອງຄອມພິວເຕີປະກອບມີຫຼາຍຢ່າງເຊັ່ນວ່າ: Hard Disk, Ram, CPU, Sound card, Main board ແລະ ອື່ນໆ.




ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here