ສຶກສາວິທີສິດສອນແບບດາວ 5 ແຈໃນວິຊາ ພູມສາດ ໃນຊັ້ນ ມ.6 - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันพุธที่ 17 มกราคม พ.ศ. 2561

ສຶກສາວິທີສິດສອນແບບດາວ 5 ແຈໃນວິຊາ ພູມສາດ ໃນຊັ້ນ ມ.6

ສຶກສາວິທີສິດສອນແບບດາວ 5 ແຈໃນວິຊາ ພູມສາດ ໃນຊັ້ນ ມ.6 ໂຮງຮຽນ ມ.ສ ໂພນໝີ ເມືອງວຽງ
ຄໍາ ແຂວງວຽງຈັນ ສົກຮຽນ 2013-2014.
ດາລີ້ ທ່ຽງທຳມະວົງ





ການສຶກສາຄັ້ງນີ້ ເປັນການສຶກສາແບບປະລິມານເຊິ່ງອາໄສການເກັບກໍາຂໍ້ມູນດ້ວຍການໃຊ້ແບບສອບຖາມເປັນເຄື່ອງມືຊ່ວຍໃນການສຶກສາ. ປະຊາກອນທີ່ນໍາມາສຶກສາຄັ້ງນີ້ໄດ້ແກ່ ນັກຮຽນຊັ້ນ ມ.6 ຢູ່ໂຮງຮຽນມັດທະຍົມສົມບູນໂພນໝີ ຈໍານວນກຸ່ມຕົວຢ່າງມີ 210 ຄົນ ສ່ວນການກໍານົດຕົວຢ່າງແມ່ນໃຊ້ສູດຂອງ: ທ່ານ ເກຣ ປີ 1978 ຈຶ່ງໄດ້ກຸ່ມຕົວຢ່າງຈໍານວນ 84 ຄົນ ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນແມ່ນປະກອບດ້ວຍຄ່າຄວາມຖີ່ ( Frequency ), ຄ່າສ່ວນຮ້ອຍ ( Percentage ), ຄ່າສະເລ່ຍ (  ) ແລະ ຄ່າຜັນປ່ຽນມາດຖານ ( S.D ). ຜົນການວິໄຈຈຶ່ງພົບດັ່ງນີ້:
1.   ການສອນໂດຍການແບ່ງກຸ່ມ: ຜົນການວິເຄາະການນຳໃຊ້ວິທີສິດສອນໂດຍການແບງກຸ່ມຂອງອາຈານທີ່ສອນວິຊາພູມສາດຢູ່ໂຮງຮຽນມັດທະຍົມສົມບູນໂພນໝີ ພົບວ່າ: ໃນດ້ານການສອນໂດຍແບ່ງກຸ່ມໂດຍພາບ ລວມແລ້ວເຫັນວ່າ ໃນເວລາທີ່ຄູສອນຄູນໍາໃຊ້ກິດຈະກໍາການແບ່ງກຸ່ມເຂົ້າໃນການຮຽນ - ການສອນ ຍັງບໍ່ຫຼາຍເທົ່າທີ່ຄວນ ສະແດງອອກໃນຜົນຂອງການວິເຄາະຂໍ້ມູນແມ່ນຢູ່ໃນລະດັບປານກາງເຊິ່ງມີຄ່າສະເລ່ຍ =3.42 ແລະ ຄ່າຜັນປ່ຽນມາດຖານ S.D=0.53.
2.   ການສອນໂດຍການໃຊ້ສື່ການສອນ: ຜົນການວິເຄາະການນໍາໃຊ້ວິທີສິດສອນໂດຍການໃຊ້ສື່ການສອນຂອງອາຈານທີ່ສອນວິຊາພູມສາດຢູ່ໂຮງຮຽນມັດທະຍົມສົມບູນໂພນໝີ ພົບວ່າ: ຄູໄດ້ມີການນໍາໃຊ້ສື່ການສອນ, ແຜນທີ່, ຮູບພາບປະຈັກຕາເຂົ້າໃນການຮຽນ - ການສອນຫຼາຍພໍສົມຄວນ ສະແດງອອກໃນຜົນຂອງການວິເຄາະເຊິ່ງຢູ່ໃນລະດັບຫຼາຍ ມີຄ່າສະເລ່ຍ =3.67 ແລະ ຄ່າຜັນປ່ຽນມາດຖານ S.D=0.49.
3.   ການສອນໂດຍການໃຊ້ຄໍາຖາມ: ຜົນການວິເຄາະການນໍາໃຊ້ວິທີສິດສອນໂດຍການໃຊ້ຄໍາຖາມຂອງອາຈານທີ່ສອນວິຊາພູມສາດໂຮງຮຽນມັດທະຍົມສົມບູນໂພນໝີ ພົບວ່າ: ໃນເວລາຄູສອນຄູໄດ້ມີການນໍາໃຊ້ຄໍາຖາມເພື່ອເປີດໂອກາດໃຫ້ນັກຮຽນໄດ້ສຶກສາຄົ້ນຄວ້າ ແລະ ສະແດງຄໍາຄິດເຫັນຫຼາຍທີ່ສຸດ ສະແດງອອກໃນຜົນວິເຄາະເຊິ່ງຢູ່ໃນລະດັບຫຼາຍທີ່ສຸດ ມີຄ່າສະເລ່ຍ =3.82 ແລະ ຄ່າຜັນປ່ຽນມາດຖານ S.D=0.47.
4.   ການສອນທີ່ມີເນື້ອໃນສ່ອງແສງຊີວິດປະຈໍາວັນ: ຜົນການວິເຄາະການນໍາໃຊ້ວິທີສິດສອນທີ່ມີເນື້ອໃນສ່ອງແສງເຖິງຊີວິດປະຈໍາວັນຂອງອາ ຈານເຂົ້າໃນວິຊາພູມສາດໂຮງຮຽນມັັດທະຍົມສົມບູນໂພນໝີ ພົບວ່າ: ໃນເວລາທີ່ຄູສອນຄູໄດ້ຍົກເຫດການທີ່ປະກົດຂຶ້ນໃນສັງຄົມມາປຽບທຽບກັບບົດຮຽນໃຫ້ນັກຮຽນໄດ້ເຫັນແມ່ນຢູ່ໃນລະດັບຫຼາຍ ສະແດງອອກໃນຜົນຂອງການວິເຄາະເຊິ່ງມີຄ່າສະເລ່ຍ =3.75 ແລະ ຄ່າຜັນປ່ຽນມາດຖານ S.D=0.62.



 5. ການສອນໂດຍການໃຊ້ກິດຈະກໍາ: ຜົນການວິເຄາະການນໍາໃຊ້ວິທີສິດສອນໂດຍໃຊ້ກິດຈະກໍາຂອງ        ອາຈານທີ່ສອນວິຊາພູມສາດໂຮງຮຽນມັດທະຍົມສົມບູນໂພນໝີ ພົບວ່າ: ໃນເວລາຄູສອນຄູໄດ້ມີການນໍາ    ໃຊ້ກິດຈະກໍາເຂົ້າໃນການຮຽນ - ການສອນຫຼາຍພໍສົມຄວນເພື່ອໃຫ້ນັກຮຽນມີຄວາມຫ້າວຫັນຕື່ນຕົວໃນການ   ຮຽນຫຼາຍຂຶ້ນ ສະແດງອອກໃນຜົນຂອງການວິເຄາະແມ່ນຢູ່ໃນລະດັບຫຼາຍເຊິ່ງມີຄ່າສະເລ່ຍ =3.82         ແລະ ຄ່າຜັນປ່ຽນມາດຖານ S.D=0.47. 

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here