ຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ໃນເຂດບໍລິການມັດທະຍົມສົມບູນສຸກສຳພັນ ເມືອງບາຈຽງແຂວງ ຈຳປາສັກ ສົກຮຽນ 2013 – 2014 - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันอังคารที่ 26 กันยายน พ.ศ. 2560

ຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ໃນເຂດບໍລິການມັດທະຍົມສົມບູນສຸກສຳພັນ ເມືອງບາຈຽງແຂວງ ຈຳປາສັກ ສົກຮຽນ 2013 – 2014

ผลการค้นหารูปภาพสำหรับ วิจัยในชั้นเรียนຫົວຂໍ້ບົດລາຍງານ                 ຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ໃນເຂດບໍລິການມັດທະຍົມສົມບູນສຸກສຳພັນ ເມືອງບາຈຽງແຂວງ ຈຳປາສັກ ສົກຮຽນ 2013 – 2014

ຜູ້ວິໄຈ                             ທ້າວ  ສຸລິຍາ ແກ້ວພູວອນ
                                     ທ້າວ ທອງຄານ ສຸດທະບົວລີ
ທ້າວ ວິໄລສັກ ແກ້ວຍະສອນ

ສາຍຮຽນ                      ວິທະຍາສາດສັງຄົມ


                 ການວິໄຈຄັ້ງນີ້ ມີວັດຖຸປະສົງເພື່ອພັດທະນາການສຶກສາຂອງວິທະຍາໄລຄູປາກເຊໃຫ້ມີປະ ສິດທິພາບເພີ່ມຂຶ້ນ ຈາກການສຶກສາທິດສະດີຮ່ຳຮຽນພາກທິດສະດີຈົນຮອດລົງປະຕິບັດຕົວຈິງຢູ່ເຂດທ້ອງ ຖິ່ນ ໂດຍໄດ້ສຶກສາໄປຕາມຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ໃນເຂດບໍລິການມັດທະຍົມສົມບູນສຸກສຳພັນ ເມືອງບາຈຽງແຂວງ ຈຳປາສັກ ສົກຮຽນ 2013 – 2014 ເພື່ອສຶກສາຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ການຝຶກຫັດຂອງນັກສຶກສາວິທະຍາໄລຄູປາກເຊທີ່ໂຮງຮຽນມັດທະຍົມສົມບູນສຸກສຳພັນ.
ປະຊາກອນທັງໝົດ 488 ຄົນ, ໃນການວິໄນຜູ້ວິໄຈແມ່ນໄດ້ໃຊ້ກູ່ມຕົວຢ່າງໃນການວິໄຈເພື່ອເປັນສະດວກໃນການວິໄຈ ໃນການເລຶອກກຸ່ມຕົວຢ່າງນັ້ນ ກຸ່ມພວກຂ້າພະເຈົ້າໄດ້ສຸມເອົາກຸ່ມຕົວຢ່າງໂດຍໃຊ້ວິທີສຸມແບບງ່າຍດ່າຍ ເຊີ່ງປະກອບມີຄູສອນ 7 ຄົນ, ນັກຮຽນ 97 ຄົນ ແລະ ຊຸມຊົນ 7 ຄົນ. ລວມທັງໝົດກຸ່ມຄົວຢ່າງທີ່ໃຊ້ 111 ຄົນ,
ເຄື່ອງມືທີ່ໃຊ້ໃນການວິໄຈປະກອບດ້ວຍສອບຖາມ ແບບມາດຖາມທີ່ພົວພັນເຖີງຄວາມຄິດເຫັນຂອງຄູ, ນັກຮຽນ ແລະ ຊຸມຊົນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ໃນເຂດບໍລິການມັດທະຍົມສົມບູນສຸກສຳພັນ ເມືອງບາຈຽງແຂວງ ຈຳປາສັກ ສົກຮຽນ 2013 – 2014 ເປັນແແບປະມານຄ່າ.
ສະຖິຕິທີ່ໃຊ້ໃນການວິໄຈໄດ້ແກ່ຄ່າສະເລ່ຍ ແລະ ຄ່າເປີເຊັນ (%)

  
ຜົນການວິເຄາະພົບວ່າ

                 1. ຄູສອນ, ນັກຮຽນໂຮງຮຽນມັດທະຍົມສົມບູນສຸກສຳພັນ ແລະ ຊຸມຊົນ ບ້ານໜອງກອກ ເມືອງບາຈຽງ ແຂວງຈຳປາສັກເຫັນວ່າຄວາມຄິດເຫັນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊໃນ 3 ດ້ານຄື: ການຝຶກຫັດສິດສອນ, ການຝຶກຫັດວຽກຄູປະຈຳຫ້ອງ ແລະ ວຽກງານການພັດທະນາຊຸມຊົນ ໂດຍພາບລວມແມ່ນຢູ່ໃນລະດັບດີຫຼາຍ.
                 2. ຄູສອນ, ນັກຮຽນໂຮງຮຽນມັດທະຍົມສົມບູນສຸກສຳພັນ ແລະ ຊຸມຊົນ ບ້ານໜອງກອກ ເມືອງບາຈຽງ ແຂວງຈຳປາສັກເຫັນວ່າຄວາມຄິດເຫັນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊເມື່ອ ພິຈາ ລະນາເປັນລາຍດ້ານພົບວ່າ: ດ້ານທີ່ມີຄ່າສະເລ່ຍສູງສຸດໄດ້ແກ່ ດ້ານເຝີກຫັດວຽກຄູປະຈຳຫ້ອງຢູ່ໃນລະດັບ ດີຫຼາຍ ຮອງລົງມາ ດ້ານວຽກງານພັດທະນາຊຸມຊົນ ແລະ ດ້ານການສິດສອນ ຕາມລຳດັບ.

                 3. ຄູສອນ, ນັກຮຽນໂຮງຮຽນມັດທະຍົມສົມບູນສຸກສຳພັນ ແລະ ຊຸມຊົນ ບ້ານໜອງກອກ ເມືອງບາຈຽງ ແຂວງຈຳປາສັກເຫັນວ່າຄວາມຄິດເຫັນຕໍ່ນັກຝຶກຫັດວິທະຍາໄລຄູປາກເຊ ເມືອພິຈາ ລະນາເປັນລາຍພົບວ່າ: ຂໍ້ທີ່ມີຄ່າສະເລ່ຍສູງສຸດຄື: ການນຸ່ງຖືຖຶກລະບຽບ ຮອງລົງມາຄື: ມີການພົວກັບນັກຮຽນ ແລະ ບໍລິຫານຫ້ອງໄດ້ດີ ຢູ່ໃນລະດັບຫຼາຍສຸດ ສ່ວນທີ່ຂໍ້ຄ່າສະເລ່ຍຕໍ່າກວ່າທຸກຂໍ້ຄື: ຈຸດປະສົງສອດຄ່ອງກັບເນື້ອໃນ.

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here