ການສົ່ງເສີມກິດຈະກຳເສີມຫຼັກສູດການຮຽນ-ການສອນວິທະຍາສາດສັງຄົມໃນຊັ້ນມັດທະຍົມສົມບູນມຸນລະປາໂມກ ເມືອງມຸນລະປາໂມກ ແຂວງຈຳປາສັກ ສົກຮຽນ 2013 – 2014 - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันอังคารที่ 26 กันยายน พ.ศ. 2560

ການສົ່ງເສີມກິດຈະກຳເສີມຫຼັກສູດການຮຽນ-ການສອນວິທະຍາສາດສັງຄົມໃນຊັ້ນມັດທະຍົມສົມບູນມຸນລະປາໂມກ ເມືອງມຸນລະປາໂມກ ແຂວງຈຳປາສັກ ສົກຮຽນ 2013 – 2014

ผลการค้นหารูปภาพสำหรับ วิจัยในชั้นเรียนຫົວຂໍ້ວິໄຈ:            ການສົ່ງເສີມກິດຈະກຳເສີມຫຼັກສູດການຮຽນ-ການສອນວິທະຍາສາດສັງຄົມໃນຊັ້ນມັດທະຍົມ                              ສົມບູນມຸນລະປາໂມກ ເມືອງມຸນລະປາໂມກ ແຂວງຈຳປາສັກ ສົກຮຽນ 2013 – 2014
ຜູ້ວິໄຈ:                           ທ. ສົນໄຊ ມະຫາລາດ
                                   ນ.​ ທິດຕາວັນ ໄຊຍະວົງດຳ
                                   ນ. ເພັດພາພອນ ພາສີ



             ການວິໄຈຄັ້ງນີ້ມີວັດຖຸປະສົງເພື່ອສົ່ງເສີມກິດຈະກຳເສີມຫຼັກສູດການຮຽນ-ການສອນວິທະຍາ ສາດສັງຄົມ ໃນຊັ້ນມັດທະຍົມສົມບູນມຸນລະປາໂມກ ເມືອງມຸນລະປາໂມກ ແຂວງຈຳປາສັກ ສົກຮຽນ 2013 – 2014  ໃນ 2 ດ້ານຄື: ການຈັດກິດຈະກຳເສີມຫຼັກສູດ ແລະ ຜົນປະໂຫຍດຂອງການຈັດກິດຈະ ກຳເສີມຫຼັກສູດ.
             ປະຊາກອນທີ່ໃຊ້ເປັນກຸ່ມຕົວຢ່າງໃນການວິໄຈຄັ້ງນີ້ປະກອບດ້ວຍ: ຜູ້ບໍລິຫານ 1 ທ່ານ, ຍິງ 0 ຄົນ, ຄູ - ອາຈານ 4 ທ່ານ, ຍິງ 3 ທ່ານ ແລະ ນັກຮຽນ 20 ຄົນ, ຍິງ 12 ຄົນ. ລວມທັງໝົດ 25 ຄົນ, ຍິງ 15 ຄົນ.
              ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນເປັນແບບສຳພາດກ່ຽວກັບການຈັດກິດຈະກຳຖາມ-ຕອບ ວິທະຍາສາດ ແລະ ຄວາມຮູ້ທົ່ວໄປໃນ 2 ດ້ານຄື: ການຈັດກິດຈະກຳເສີມຫຼັກສູດ ແລະ ຜົນປະໂຫຍດຂອງການຈັດກິດຈະກຳເສີມຫຼັກສູດ.
              ຜົນການວິໄຈພົບວ່າ:
              1. ການສົ່ງເສີມກິດຈະກຳເສີມຫຼັກສູດການຮຽນ-ການສອນວິທະຍາສາດສັງຄົມ ໃນຊັ້ນມັດ ທະຍົມສົມບູນມຸນລະປະໂມກ ເມືອງມຸນລະປາໂມກ ແຂວງຈຳປາສັກ ສົກຮຽນ 2013 – 2014 ພົບວ່າ:
             1.1 ຈາກການສຳພາດຜູ້ບໍລິຫານ 1 ທ່ານ ແລະ ຄູອາຈານ 4 ທ່ານເທົ່າກັບ 100 % ກ່ຽວກັບການຈັດກິດຈະກຳຖາມ-ຕອບວິທະຍາສາດ ແລະ ຄວາມຮູ້ທົ່ວໄປທາງດ້ານຜົນປະໂຫຍດໃຫ້ຮູ້ວ່າ: ການຈັດຄັ້ງນີ້ແມ່ນສາມາດເກີດຜົນປະໂຫຍດຢ່າງຫຼວງຫຼາຍຕໍ່ຜູ້ບໍລິຫານ ແລະ ຄູອາຈານເສີມຄວາມຮູ້, ໄດ້ຮັບຂໍ້ມູນຂ່າວສານໃໝ່ໆ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຮຽນ-ການສອນຂອງຄູອາຈານ ແລະ ນັກຮຽນເວລາຄູຂຶ້ນຫ້ອງສອນແຕ່ລະຄັ້ງ, ທັ້ງເປັນການປະຕິບັດ ແລະ ສົ່ງເສີມຫຼັກສູດການສອນນອກຫ້ອງຮຽນ, ນອກຈາກນັ້ນການກິດຈະກຳຖາມ-ຕອບວິທະຍາສາດແລະຄວາມຮູ້ທົົ່ວໄປເປັນການຊ່ວຍໃຫ້ຄູປຸກລະດົມຊຸກຍູ້ນັກຮຽນໃຫ້ມີຄວາມຜູກຜັນກັບໂຮງຮຽນຫຼາຍຂຶ້ນ.

              1.2 ຜ່ານຈາກການສຳພາດນັກຮຽນ  20 ຄົນທີ່ໄດ້ເຂົ້າຮ່ວມກິດຈະກຳຖາມ-ຕອບວິທະ ຍາສາດ ແລະ ຄວາມຮູ້ທົ່ວໄປໃນຄັ້ງນີ້ໄດ້ພົບວ່າມີຈຳນວນນັັກຮຽນ 20 ຄົນເທົ່າກັບ 100 % ແມ່ນມີຄວາມຫ້າວ ຫັນໃນການຊອກຮໍ່າຮຽນ, ມີຄວາມກະຕືລືລົ້ນ, ມີຄວາມຝັກໄຝ່ຢາກພັດທະນາຄວາມຮູ້ຂອງຕົນເອງທີ່ມີຢູ່ ໃຫ້ຫຼາຍຂຶ້ນເຊິ່ງມັນສະແດງອອກໃນການມາໂຮງຮຽນຂອງນັກຮຽນແມ່ນທັນເວລາ, ມາຮຽນບໍ່ຂາດ, ຜົນ ການສອບເສັງປະຈຳເດືອນແມ່ນໄດ້ໃນລະດັບດີຂຶ້ນກວ່າເກົ່າ. ນອກນັ້ນທາງດ້ານຄວາມສາມາດເຫັນວ່ານັກ ຈຳນວນຫຼວງຫຼາຍແມ່ນກ້າສະແດງຄວາມຮູ້ຄວາມສາມາດເປັນຕົ້ນເວລາຄູຕັ້ງບັນຫາກໍ່ກ້າສະແດງຄຳຄິດຄຳ ເຫັນ, ສາມາດສ້າງແຮງດຶງດູດຄວາມສົນໃຈຂອງນັກຮຽນໃຫ້ມີຄວາມຜູກພັນຕໍ່ໂຮງຮຽນ.

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here