ສຶກສາກໍລະນີຄົນເຈັບເປັນພະຍາດໜິ້ວໄຂ່ຫຼັງ ຂະ​ແໜງ ພາຍນອກ ຜົ້ງທ້ອງ ໂຮງໝໍ ຈຳປາສັກ - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันอังคารที่ 26 กันยายน พ.ศ. 2560

ສຶກສາກໍລະນີຄົນເຈັບເປັນພະຍາດໜິ້ວໄຂ່ຫຼັງ ຂະ​ແໜງ ພາຍນອກ ຜົ້ງທ້ອງ ໂຮງໝໍ ຈຳປາສັກ

รูปภาพที่เกี่ยวข้องສຶກສາກໍລະນີຄົນເຈັບເປັນພະຍາດໜິ້ວໄຂ່ຫຼັງ  
ຂະແໜງ ພາຍນອກ ຜົ້ງທ້ອງ ໂຮງໝໍ ຈຳປາສັກ


 ກຸ່ມນັກສຶກສາ​     ທ້າວ ພອນໄຊ ອິນແປງ           
                    ທ້າວ ຈັນດີ ສີດວງໄຊ             
                    ທ້າວ ແກ້ວບັນດິດ ຫອມໃບຄຳ
                    ນາງ ສຸກທະວີ ມະນີວົງ


ບົດສະຫຼຸບຫຍໍ້

ພະຍາດໜິ້ວໄຂ່ຫຼັງເປັນບັນຫາສາທາລະນະສຸກທີ່ພົບຫຼາຍທົ່ວໂລກ ແລະ ມີຜົນກະທົບຕໍ່ຄົນເຈັບ     ຢ່າງຫຼວງຫຼາຍໃນທົ່ວໂລກພົບວ່າອັດຕາຊຸກຊຸມພະຍາດໜິ້ວໄຂ່ຫຼັງປະມານ20,15/1000 ຄົນ ແລະ     ພົບໃນເພດຊາຍຫຼາຍກ່ວາເພດຍິງ ຈາກສະຖິຕິຂອງ ໂຮງໝໍ ຈຳປາສັກ ໃນປີ 2016 ພົບວ່າຄົນເຈັບ ທີ່ມາຮັບບໍລິການຢູ່ຂະແໜງ ພາຍນອກ ຜົ້ງທ້ອງ ມີເຖິງ 212 ຄົນ.
ການສຶກສາກໍລະນີຄົນເຈັບທີ່ເປັນພະຍາດໜິ້ວໄຂ່ຫຼັງຄັ້ງນີ້ເພື່ອສົ່ງ​​ເສີມໃຫ້ຄອບຄົວ ແລະ ຍາດພີ່ນ້ອງໃຫ້ການຊ່ວຍເຫຼືອຄົນເຈັບໃຫ້ປອດໄພຈາກພາວະແຊກຊ້ອນຕ່າງໆ.
ກໍລະນີສຶກສາຄື: ທ້າວ ກໍ (ນາມສົມມຸດ) ເພດ: ຊາຍ ອາຍຸ  25 ປີ ເຂົ້າມານອນໂຮງໝໍດ້ວຍອາການ ເຈັບມີອາການເຈັບແອວຂ້າງຊ້າຍມາໄດ້ຫລາຍກວ່າໜຶ່ງປີແລ້ວ, ລັກສະນະເຈັບປັ້ນເປັນຮູດອອກຮ້ອນ ຊອດໃສ່ສັນຫຼັງລາມຫາໜ້າທ້ອງ ຜູ້ສຶກສາໄດ້ສຶກສາຄົນເຈັບເປັນໄລຍະເວລາ 7 ວັນ ແຕ່ວັນທີ 16/07/2017-23/07/2017 ພົບວ່າຄົນເຈັບອາການດີຂື້ນບໍ່ມີບັນຫາສ່ຽງຕໍ່ພາວະແຊກຊ້ອນ. ເຊິ່ງໄດ້ຂຽນຂຶ້ນ ເພື່ອເປັນແນວທາງໃນການກວດກາ, ບົງມະຕິ ແລະ ການຕິດຕາມການປິ່ນປົວຄົນເຈັບ ທີ່ເປັນພະຍາດໜິ້ວໄຂ່ຫຼັງທັງເປັນບ່ອນອີງໃຫ້ແກ່ນັກສຶກສາ ແລະ ຜູ້ທີ່ສົນໃຈທົ່ວໄປນຳໃຊ້ເປັນຂໍ້ມູນ ເບື້ອງຕົ້ນໃນການສຶກສາຄົ້ນຄ້ວາຄັ້ງຕໍ່ໄປ.
ຜົນການສຶກສາພົບວ່າ: ຄົນເຈັບເປັນພະຍາດໜິ້ວໄຂ່ຫຼັງເບື້ອງຊ້າຍແນະນຳໃຫ້ຄົນເຈັບປິ່ນປົວດ້ວຍການຜ່າຕັດໜິ້ວໄຂ່ຫຼັງອອກ ແນະນຳໃຫ້ຄົນເຈັບຫຼີກລ້ຽງອາຫານທີ່ມີລົດເຄັມ, ການດື່ມນ້ຳທີ່ບໍ່ສະອາດ ແລະ ແນະນຳໃຫ້ຄົນເຈັບປະຕິບັດຕາມຄຳແນະນຳຂອງແພດບໍ່ໃຫ້ເກີດພາວະແຊກຊ້ອນ.

ລາຍງານການສຶກສາກໍລະນີສຶກສາຄັ້ງນີ້ສາມາດນຳເອົາໄປເປັນບ່ອນອີງໃຫ້ແກ່ນັກສຶກສາ ແລະ ຜູ້ທີ່ສົນໃຈທົ່ວໄປໃນການກວດກາ, ບົ່ງມະຕິ ແລະ ຕິດຕາມຄົນເຈັບທີ່ເປັນພະຍາດໜິ້ວໄຂ່ຫຼັງຕໍ່ໄປ.

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here