ການຈັດການຮຽນ - ການສອນໂດຍການນໍາໃຊ້ກຸ່ມຊ່ວຍລາຍບຸກ ຄົນແບບ TAI ເພື່ອພັດທະນາຄວາມຮູ້ພື້ນຖານທາງຄະນິດສາດຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ4 ທີ່ໂຮງຮຽນມັດທະຍົມສົມບູນໂນນສໍາພັນ ເມືອງສຸຂຸມາ ແຂວງຈໍາປາສັກ ສົກຮຽນ 2016 – 2017 - ບົດວິໄຈ

ບົດວິໄຈ

ບົດວິໃຈ

Unordered List

Post Top Ad

Responsive Ads Here

วันอังคารที่ 26 กันยายน พ.ศ. 2560

ການຈັດການຮຽນ - ການສອນໂດຍການນໍາໃຊ້ກຸ່ມຊ່ວຍລາຍບຸກ ຄົນແບບ TAI ເພື່ອພັດທະນາຄວາມຮູ້ພື້ນຖານທາງຄະນິດສາດຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ4 ທີ່ໂຮງຮຽນມັດທະຍົມສົມບູນໂນນສໍາພັນ ເມືອງສຸຂຸມາ ແຂວງຈໍາປາສັກ ສົກຮຽນ 2016 – 2017

ผลการค้นหารูปภาพสำหรับ วิจัยในชั้นเรียนຫົວຂໍ້                 ການຈັດການຮຽນ - ການສອນໂດຍການນໍາໃຊ້ກຸ່ມຊ່ວຍລາຍບຸກ ຄົນແບບ TAI ເພື່ອພັດທະນາຄວາມຮູ້ພື້ນຖານທາງຄະນິດສາດຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ4 ທີ່ໂຮງຮຽນມັດທະຍົມສົມບູນໂນນສໍາພັນ ເມືອງສຸຂຸມາ ແຂວງຈໍາປາສັກ ສົກຮຽນ 2016 – 2017
ຜູ້ວິໄຈ                   ນາງ ສວນໄພພູມມະລີ
                    ນາງ ເພັດພູທອນ ໄຊຄໍາຜັນ
ສາຍຮຽນ               ວິທະຍາສາດ - ຄະນິດສາດ



 
               ໃນການວິໄຈຄັ້ງນີ້ ເພື່ອພັດທະນາຄວາມຮູ້ພື້ນຖານທາງຄະນິດສາດໂດຍການຈັດການຮຽນ - ການສອນແບບກຸ່ມຊ່ວຍລາຍບຸກຄົນ(TAI) ຂອງນັກຮຽນຊັ້ນມັດທະຍົມສຶກສາປີທີ4 ໂຮງຮຽນມັດທະ ຍົມສົມບູນໂນນສໍາພັນ ເມືອງສຸຂຸມາ ແຂວງຈໍາປາສັກ ສົກຮຽນ 2016 – 2017. ເຊິ່ງຜູ້ວິໄຈໄດ້ສະຫຼຸບຜົນຂອງການວິໄຈໄວ້ດັ່ງນີ້:
               ປະຊາກອນທັງໝົດທີ່ໃຊ້ໃນການວິໄຈຄັ້ງນີ້ໄດ້ແກ່: ນັກຮຽນຊັ້ນມັດທະ ຍົມສຶກສາປີທີ 4 ຈໍານວນ 22 ຄົນເຄື່ອງມືທີ່ໃຊ້ໃນການວິໄຈຄັ້ງນີ້ປະກອບມີ:

1.    ແຜນການສອນຈໍານວນ 2 ຊຸດກ່ຽວກັບເນື້ອທີ່ ແລະ ບໍລິມາດຂອງຮູບທາດລ່ຽມ ແລະ ຮູບຈວຍ ທີ່ເນັ້ນວິທີການສອນແບບຈັດກຸ່ມຊ່ວຍລາຍບຸກຄົນ
2.    ແບບທົດສອບກ່ອນ ແລະ ຫຼັງການຈັດການຮຽນ - ການສອນແບບກຸ່ມຊ່ວຍລາຍບຸກຄົນ(TAI). ຈໍານວນ 3 ຊຸດ.
3.    ແບບສໍາພາດຫຼັງການຈັດການຮຽນ - ການສອນ.

              ສະຖິຕິທີ່ໃຊ້ໃນການເກັບກໍາຮວບຮວມຂໍ້ມູນຄັ້ງນີ້ແມ່ນ: ປະກອບມີ ເປີເຊັນ p ໃຊ້ປຽບທຽບຜົນການຮຽນຂອງນັກຮຽນ, ຄ່າສະເລ່ຍ.


ຜົນການວິໄຈພົບວ່າ:

               ວິທີການສອນແບບຈັດກຸ່ມຊ່ວຍລາຍບຸກຄົນ (TAI) ແມ່ນມີຜົນສໍາເລັດດີ ເຊິ່ງເຫັນໄດ້ຈາກການທົດສອບຫຼັງການຈັດການຮຽນ - ການສອນໃນ 02​ ຄັ້ງ ເຫັນວ່າຄະແນນສະເລ່ຍຂອງນັກຮຽນ ໃນວິຊາຄະນິດສາດຊັ້ນມັດທະຍົມສຶກສາປີທີ 4 ເທົ່າກັບ ໂດຍພົບວ່ານັກ ຮຽນສ່ວນໃຫ່ຍມີຄະແນນສະເລ່ຍໃນລະຫວ່າງ 7-8 ເຊິ່ງກວມ 59.09%  ສ່ວນນັກ ຮຽນທີ່ມີຄ່າສະເລ່ຍຕໍ່າສຸດແມ່ນຢູ່ 5-6 ເຊິ່ງ ກວມ 36.36%  ແລະ ນັກຮຽນທີ່ມີຄ່າສະ ເລ່ຍສູງສຸດແມ່ນຢູ່ 9-10 ເຊິ່ງມີ 1 ຄົນກວມ 4.54%.
               ປຽບທຽບລະດັບຄວາມແຕກຕ່າງຂອງຄະແນນກ່ອນການຈັດການຮຽນ - ການສອນ ແລະ ຫຼັງການຈັດການຮຽນ - ການສອນເຫັນວ່ານັກຮຽນທີ່ມີຜົນການຮຽນຢູ່ໃນລະດັບຄວາມແຕກຕ່າງຕໍ່າສຸດແມ່ນ 0.50 ຈໍານວນ 4 ຄົນ ເທົ່າກັບ 18.18% ລະດັບຄວາມແຕກຕ່າງສູງສຸດເທົ່າກັບ 3.50 ຈໍານວນ 1 ຄົນເທົ່າກັບ 4.54%.

               ນອກນີ້ຍັງເຫັນໄດ້ຈາກການສໍາພາດນັກຮຽນ ເຫັນວ່ານັກຮຽນສ່ວນຫຼາຍມັກໃນການຈັດກິດຈະກໍາການຮຽນ - ການສອນແບບກຸ່ມຊ່ວຍລາຍບຸກຄົນ (TAI) ເພາະວ່ານັກຮຽນໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນັກຮຽນອ່ອນມີໂອກາດຖາມໝູ່ພາຍໃນກຸ່ມ, ນັກຮຽນໄດ້ຄົ້ນຄິດດ້ວຍຕົນເອງ ແລະ ໄດ້ສະແດງຄວາມຄິດເຫັນດ້ວຍກັນ ສ້າງຄວາມສາມັກຄີພາຍໃນກຸ່ມ ນອກນັ້ນຍັງເຮັດໃຫ້ນັກຮຽນມີຜົນການຮຽນຢູ່ໃນລະດັບດີພໍສົມຄວນ.

ไม่มีความคิดเห็น:

แสดงความคิดเห็น

sponsor

sponsor

Post Bottom Ad

Responsive Ads Here